19 ສິງຫາ ວັນມະນຸດສະທຳໂລກ
August 19, 2020 - 11:31 AM


ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ໄດ້ປະກາດໃຫ້ວັນທີ 19 ສິງຫາຂອງທຸກໆປີເປັນວັນມະນຸດສະທຳໂລກ ເພື່ອເປັນການລະນຶກເຖິງໂສກນາຕະກຳ ການລະເບີດທີ່ໂຮງແຮມຄາເນລ ໃນນະຄອນຫລວງແບັກແດັດ ຂອງອີຣັກ ວັນທີ 19 ສິງຫາ 2003 ເຮັດໃຫ້ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດເສຍຊີວິດ 22 ຄົນໃນນັ້ນມີ ເຊີຈີໂອ ວີອີຣາ ເດິ ມອລໂລ ຜູ້ແທນເລຂາທິການພິເສດຂອງອົງການສະຫະປະຊາຊາດໃນອີຣັກ ແລະມີຜູ້ໄດ້ຮັບບາເຈັບ 150 ຄົນ.