ເປີດນຳໃຊ້ເສັ້ນທາງເບຕົງທີ່ບ້ານດົງເຫັນ ຍາວ 555 ແມັດ ທີ່ໄດ້ຮັບທຶນສະໜັບສະໜູນການກໍ່ສ້າງຈາກນັກທຸລະກິດໃຈດີ


ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຈຳນວນ 3 ເສັ້ນພາຍໃນບ້ານດົງເຫັນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຍາວ 500 ກວ່າແມັດ ໂດຍໄດ້ຮັບການສະໜັບສະໜູນຈາກທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກສາຍໃຍສຳພັນ (ສກຈຮສ) ໃນມູນຄ່າ 462 ລ້ານກວ່າກີບ ແລະ ທ່ານ ເກຍ ອຸສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ-ນ້ຳກ້ອນໂລມາຄຳຕື່ມອີກ 47 ລ້ານກວ່າກີບ ມາຮອດປັດຈຸບັນໄດ້ສຳເລັດແລ້ວ ແລະ ເປີດນຳໃຊ້ດ້ວຍຄວາມດີອົກດີໃຈແກ່ປະຊາຊົນ ແລະ ກາຍເປັນໃບໜ້າໃໝ່ແຫ່ງການພັດທະນາຂອງບ້ານດົງເຫັນ.
ພິທີມອບ-ຮັບ ແລະ ເປີດນຳໃຊ້ເສັ້ນທາງດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 29 ສິງຫານີ້ ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.
ໃນພິທີ, ທ່ານ ຈັນທະບານ ຄໍາມະຫາລາດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງອາດສະພັງທອງ ໄດ້ລາຍງານໃຫ້ຮູ້ໂດຍສັງເຂບວ່າ: ໂຄງການກໍ່ສ້າງເສັ້ນທາງປູດ້ວຍເບຕົງເສີມເຫຼັກ ບ້ານດົງເຫັນເມືອງ ແມ່ນນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງເມືອງອາດສະພັງທອງ ຊຶ່ງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກພາຍໃນບ້ານດົງເຫັນທີ່ນອນໃນເຂດເທສະບານເມືອງໃນໄລຍະທີ 1 ແມ່ນມີແຜນກໍ່ສ້າງຈໍານວນ 3 ເສັ້ນຄື: ເສັ້ນທີ 1 ແມ່ນເລີ່ມແຕ່ແຍກເຕົາດິນຈີ່ຫາຕະຫຼາດ ລວງຍາວ 315 ແມັດ ມູນຄ່າ 297 ລ້ານກວ່າກີບ, ເສັ້ນທີ 2 ແມ່ນຕໍ່ຈາກທາງເລກທີ 9 ຫາຫ້ອງການບ້ານດົງເຫັນ ມີລວງຍາວ 170 ແມັດ ຄິດເປັນມູນຄ່າ 170 ລ້ານກວ່າກີບ ໂດຍທາງສອງເສັ້ນນີ້ແມ່ນໄດ້ຮັບທຶນກໍ່ສ້າງຈາກທ່ານ ສາຍສະໝອນ ກວານເມືອງຈັນ ແລະ ເສັ້ນທີ 3 ແມ່ນຕໍ່ຈາກເສັ້ນທາງເລກ 9 ຂ້າງເດີ່ນບານ (ເສັ້ນເຕົາດິນຈີ່) ຍາວ 70 ແມັດ ມີມູນຄ່າ 47 ລ້ານກວ່າກີບ ແມ່ນໄດ້ຮັບທຶນກໍ່ສ້າງຈາກທ່ານ ເກຍ ອຸສິດທິເດດ ເຊິ່ງທັງ 3 ເສັ້ນທາງດັ່ງກ່າວມີລວງຍາວທັງໝົດ 555 ແມັດ, ໜ້າທາງກວ້າງ 5 ແມັດ, ເບຕົງໜາ 15 ຊັງຕີແມັດ, ມີຮ່ອງລະບາຍນໍ້າກວ້າງ 30-40 ຊັງຕີແມັດ, ເລິກ 30-40 ຊັງຕີແມັດ, ກໍ່ສ້າງດ້ວຍເບຕົງເສີມເຫຼັກທີ່ສາມາດຮັບນໍ້າໜັກໄດ້ 7 ໂຕນ ລວມມີມູນຄ່າກໍ່ສ້າງທັງໝົດ 514.492.000 ກີບ, ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນພຶດສະພາຜ່ານມາ.