ທຣຳ ປະຕິເສດຂ່າວລືກ່ຽວກັບສຸຂະພາບຂອງຕົນເອງ


ວັນທີ 2 ກັນຍານີ້, ໜັງສືພິມ đaidoanket ໃຫ້ຮູ້ວ່າ: ວັນທີ 1 ກັນຍາ, ປະທານາທິບໍດີ ດໍນັລທຣຳ ໄດ້ອອກມາປະຕິເສດຂ່າວລືທີ່ບອກວ່າ: ໃນຂະນະທີ່ໄປກວດພະຍາດໂດຍບັງເອີນໃນປີ 2019 ນັ້ນ, ພົບວ່າ ທ່ານ ທຣຳ ມີອາການເສັ້ນເລືອດໃນສະໝອງຕີບຫຼາຍຄັ້ງ.
ນັກຂ່າວຈາກສຳນັກຂ່າວ TTXVN ຂອງຫວຽດນາມປະຈຳຢູ່ ວໍຊິງຕັນ, ໃນວັນທີ 2 ກັນຍານີ້ໃຫ້ຮູ້ວ່າ: ປະທານາທິບໍດີສະຫະລັດອາເມລິກາ ດໍນັລທຣຳ, ວັນທີ 1 ກັນຍານີ້ ໄດ້ອອກມາປະຕິເສດຂ່າວລືທີ່ບອກວ່າ ທ່ານເກີດອາການ ເສັ້ນເລືອດໃນສະໝອງຕີບຫຼາຍຄັ້ງ ໃນການໄປກວດສູຂະພາບໂດຍບັງໃນປີ 2019 ນັ້ນ ແລະ ບອກວ່າອັນນັ້ນເປັນການ “ຂີ້ຕົວະ”.
ສຳນັກຂ່າວ CNN, ວັນທີ 1 ກັນຍາໂດຍອ້າງອີງເນື້ອໃນຂອງປື້ມເຫຼັ້ມໜຶ່ງຂອງ Michael Schmidt ນັກຂ່າວຈາກ New York Times ໃຫ້ຮູ້ວ່າ: ຮອງປະທານາທິບໍດີ ສະຫະລັດ Mike Pence ໄດ້ຕຽມພ້ອມທີ່ຈະປ່ຽນແທນໃນຕຳແໜ່ງປະທານາທິບໍດີ, ຖ້າທ່ານ ທຣຳ ຫາກໃສ່ຢາສະຫຼົບໃນການປິ່ນປົວຢູ່ທີ່ສູນການແພດ Walter Reed ຈິງ.
ຕໍ່ກັບຂ່າວລືດັ່ງກ່າວ ທຣຳ ກ່າວວ່າ: “ບັນຫາຂ່າວລືນີ້ຈະບໍ່ສິ້ນສຸດໄດ້ງ່າຍໆ ເພາະພວກເຂົາຫາທຸກວິທີທາງເວົ້າໃສ່ປະທານາທິບໍດີ ທີ່ແສນເຄົາລົບຮັກຂອງພວກທ່ານ ນັ້ນຄືຂ້າພະເຈົ້າເອງ. ເວົ້າວ່າຂ້າພະເຈົ້າໄປສູນການແພດ Walter Reed ແລະ ໄດ້ເກີດອາການເສັ້ນເລືອດໃນສະໝອງຕີບຫຼາຍຄັ້ງ ແຕ່ເບົາບາງ. ນັ້ນຄືຂ່າວຂີ້ຕົວະ ເພາະພວກເຂົາຢາກໄດ້ປະທານາທິບໍດີຈາກພັກອື່ນ”.
ທ່ານໝໍທີ່ກວດສຸຂະພາບຂອງ ທຣຳ ໃນປີ 2019 ນັ້ນ ກໍອອກມາຢືນຢັນວ່າ: ການກວດສູຂະພາບຂອງທ່ານ ທຣຳ ທີ່ສູນການແພດ Walter Reed ໃນເວລານັ້ນຍັງບໍ່ທັນມີຫຍັງຮ້າຍແຮງ.
ຂ່າວ: ລູກເມືອງພວນ.