ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ

ການລະບາດຂອງພະຍາດ covid-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ -                                                                 19 - ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ
ການລະບາດຂອງພະຍາດ covid-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ - kitchen vibe - ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ

ປະທານ​ສະມາຄົມ​ອຸດສາຫະກຳຕັດຫຍິບ​ລາວ ​ໃຫ້​ຮູ້​ວ່າ: ສະພາບ​ການ​ລະບາດ​ຂອງ​ພະຍາດ COVID-19 ໄດ້​ເຮັດ​ໃຫ້​ຫຼາຍ​ຂະແໜງການ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ໃນ​ນີ້ຂະແໜງ​ຕັດຫຍິບ​ກໍ​ເປັນ​ຂະ​ແໜງ​ການ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ ໂດຍ​ສະເພາະ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ປະ​ເທດ​ຕ່າງ.

ທ່ານ​ປະທານ ​ເວົ້າວ່າ: ນັບ​ແຕ່​ເດືອນ​ເມສາຫາ​ເດືອນ​ມິຖຸນາ​ 2020 ນີ້ ຫຼາຍ​ໂຮງງານ​ຕັດຫຍິບ​ໄດ້​ຢຸດ​ການ​ຜະລິດ​ຊົ່ວຄາວ, ສໍາລັບ​ໂຮງງານ​ທີ່​ຈະ​ໄດ້​ສືບຕໍ່​ຜະລິດຕ້ອງ​ເປັນ​ໂຮງງານ​ທີ່​ນອນ​ໃນ​ເງື່ອນໄຂ​ທີ່​ລັດຖະບານ​ກຳນົດ​ໄວ້ຄື: ໃນ​ຕົ້ນ​ເດືອນ​ພຶດສະພາຜ່ານ​ມາ​ນີ້ ໂຮງງານ​ຈຳນວນ​ໜຶ່ງ​ໄດ້​ຮັບ​ອະນຸຍາດ​ສືບຕໍ່​ດຳເນີນການ​ຜະລິດ​ຂອງ​ຕົນ ເພື່ອ​ຜະລິດ​ເຄື່ອງສົ່ງອອກ​ຕາມ​ການ​ສັ່ງ​ຈອງ​ຂອງ​ຕະຫຼາດ​ການ​ຄ້າ, ໃນ​ເດືອນ​ເມສາຫາກໍລະກົດ ພາຍຫຼັງ​ຜະລິດ​ຕາມ​ການ​ສັ່ງ​ຈອງ​ເກົ່າ (ເດືອນ 4-7) ໝົດ​ໄປ ກໍ​ໄດ້​ຢຸດ​ການ​ຜະລິດ​ຊົ່ວຄາວ​ອີກ ເນື່ອງ​ຈາ​ກວ່າ​ບໍ່​ມີ​ການ​ສັ່ງ​ຈອງ​ໃໝ່​ເຂົ້າ​ມາ ຈົນ​ມາ​ຮອດ​ເດືອນ​ສິງຫານີ້​ກໍ​ຍັງ​ບໍ່​ໄດ້​ຜະລິດ​ຢ່າງ​ເຕັມ​ສ່ວນ ເນື່ອງ​ຈາກ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຫຼຸດ​ລົງ, ບາງ​ໂຮງງານ​ໄດ້ສືບ​ຕໍ່​ຢຸດ​ການ​ຜະລິດ​ຊົ່ວຄາວ, ບາງ​ໂຮງງານ​ກໍ​ຜະລິດ​ພຽງ​ແຕ່ 50-60% ປັດຈຸບັນ ຍັງ​ລໍຖ້າ​ການ​ສັ່ງ​ຈອງ​ຈາກ​ຕະຫຼາດ​ຕ່າງ​ປະ ເທດ ສ່ວນ​ພາຍ​ໃນ​ປະເທດຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ເຈລະຈາ. ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ຕະຫຼາດ​ພາຍ​ໃນ​ໃຫ້​ຫັນ​ມາ​ຊົມໃຊ້​ຜະລິດ​ຕະ​ພັນ​ພາຍ​ໃນ (ເຄື່ອງ­ນຸ່ງ​ຫົ່ມ) ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຊ່ວຍ​ໃຫ້​ຂະແໜງການ​ຕັດຫຍິບ​ມີ​ຕະຫຼາດ​ຈຳໜ່າຍ ແລະ ຊ່ວຍ​ໃຫ້​ປະຊາຊົນ​ລາວ​ມີ​ວຽກ​ເຮັດ​ງານ​ທຳ ປັດຈຸບັນ ມີ​ຫຼາຍ​ກວ່າ 20 ໂຮງງານ​ເລີ່ມ​ຂໍ​ເງິນອຸດ​ໜູນ​ວ່າງ​ງານ​ຕ່າງໆ​ຈາກ​ປະ­ກັນ​ສັງ­ຄົມ.

ການລະບາດຂອງພະຍາດ covid-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ - Visit Laos Visit SALANA BOUTIQUE HOTEL - ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ

ໄລຍະ​ເດືອນ​ເມສາຫາເດືອນ​ມິຖຸນາ 2020 ແມ່ນ​ບໍ່​ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ສົ່ງ​ເຄື່ອງ​ໄປ​ຍັງ​ຕະຫຼາດ​ຕ່າງປະເທດ​ໄດ້ ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ສ້າງ​ລາຍ​ຮັບ​ໄດ້ພຽງ​ປະມານ 20-30 ລ້ານ​ໂດ​ລາ​ສະຫະລັດ ປັດຈຸບັນ ຕະຫຼາດ​ຕ່າງປະເທດ​ແມ່ນ​ຢຸດ​ການ​ສັ່ງ​ຊື້​ເຄື່ອງ​ຈາກ​ປະເທດ​ລາວ​ເປັນ​ຈຳນວນ​ຫລາຍ. ​ໃນ​ຂະນະ​ທີ່ ການ​ຜະລິດ​ສິນຄ້າ​ຂອງ​ບັນດາ​ໂຮງງານ​ຕັດຫຍິບ​ລາວ​ແມ່ນ 99% ​ສົ່ງ​ອອກ​ຕ່າງປະເທດ, ​ແຕ່ພາຍຫຼັງ​ມີ​ການ​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ການ​ຜະລິດ​ຂອງ​ໂຮງງານ​ຄື: ​ບາງ​ແຫ່ງ​ຫຼຸດ​ລົງ​ຫຼາຍ​ກວ່າ 50% ຂອງ​ການ​ສັ່ງ​ຊື້ຈາກ​ຕະຫຼາດ​ຕ່າງປະ​ເທດ.

ການລະບາດຂອງພະຍາດ covid-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ - 3 - ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກຜະລິດຕະພັນຕັດຫຍິບຂອງລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!