ມອບ-ຮັບໂຄງການກໍ່ສ້າງສ້ອມແປງໂຮງຮຽນ 4 ແຫ່ງຂອງເມືອງຊົນນະບູລີ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ


ພິທີມອບ-ຮັບ ແລະ ເປີດນຳໃຊ້ໂຮງຮຽນປະຖົມສົມບູນຈຳນວນ 4 ແຫ່ງຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາຜ່ານມາ ພາຍຫລັງສຳເລັດການກໍ່ສ້າງ ແລະ ສ້ອມແປງໂຮງຮຽນດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດເມື່ອຜ່ານມາ ເຊິ່ງລວມມີໂຮງຮຽນປະຖົມບ້ານດອນຍາໂນງ, ທ່າຄຳເຫຼື້ອມ, ໂຄກຫົວຊ້າງ ແລະ ບ້ານກອງປະທຸມວັນ ຊຶ່ງເປັນເຂດທີ່ມີພື້ນທີ່ຕໍ່າມີຄວາມສ່ຽງຕໍ່ຜົນກະທົບຈາກນ້ຳຖ້ວມ ໃນນີ້ສຳລັບໂຮງຮຽນປະຖົມບ້ານໂຄກຫົວຊ້າງ ໄດ້ກໍ່ສ້າງອາຄານຮຽນໃໝ່ ຊັ້ນເຄິ່ງ 1 ຫຼັງ ປະກອບມີ 5 ຫ້ອງ ມີ 4 ຫ້ອງຮຽນ ແລະ 1 ຫ້ອງການຄູ, ກໍ່ສ້າງຫ້ອງນໍ້າຫຼັງໃໝ່ 1 ຫຼັງ ມີ 3 ຫ້ອງ, ໂຮງຮຽນປະຖົມສົມບູນບ້ານດອນຍາໂນງ ແມ່ນກໍ່ສ້າງອາຄານຮຽນຫຼັງໃໝ່ 1 ຫຼັງ ປະກອບມີ 6 ຫ້ອງ ມີ 5 ຫ້ອງຮຽນ ແລະ 1 ຫ້ອງການຄູ, ກໍ່ສ້າງຫ້ອງນ້ຳຫຼັງໃໝ່ 1 ຫຼັງມີ 3 ຫ້ອງ, ໂຮງຮຽນປະຖົມສົມບູນບ້ານທ່າຄໍາເຫຼື້ອມ ໄດ້ສ້ອມແປງອາຄານຮຽນ 1 ຫຼັງ, ມີ 6 ຫ້ອງ, ສ້ອມແປງວິດຖ່າຍ 3 ຫ້ອງ ແລະ ຖົມດິນປັບປຸງເດີ່ນໂຮງຮຽນໃໝ່, ສ່ວນໂຮງຮຽນປະຖົມສົມບູນບ້ານກອງປະທຸມວັນ ທີ່ມີອາຄານຮຽນ 2 ຫຼັງ ໂດຍທາງໂຄງການແມ່ນໄດ້ຊ່ວຍໃນການສ້ອງແປງອາຄານຮຽນ ປະກອບມີ 4 ຫ້ອງຮຽນ, ກໍ່ສ້າງຫ້ອງນໍ້າຫຼັງໃໝ່ 1 ຫຼັງ, ພ້ອມທັງຖົມດິນປັບປຸງເດີ່ນໂຮງຮຽນຄືນໃໝ່. ນອກນີ້, ທາງໂຄງການຍັງໄດ້ກໍ່ສ້າງສະຖານທີ່ລ້າງມືໃຫ້ໂຮງຮຽນແຫ່ງລະ 1 ບ່ອນ ແລະ ສະໜອງເຫຼັກຕາໜາງອ້ອມຮົ້ວ, ເຄື່ອງຕົບແຕ່ງຫ້ອງຮຽນທີ່ເປັນມິດກັບເດັກນ້ອຍ, ສະໜອງໂຕະ-ຕັ່ງນັກຮຽນ, ໂຕະ-ຕັ່ງຄູ ແລະ ກະດານດໍາຂະໜາດ 120×240 ຊັງຕີແມັດ ແລະ ຕູ້ເກັບມ້ຽນເອກະສານຄົບຊຸດ ໃນວົງເງິນງົບປະມານທັງໝົດ 251.000 ໂດລາສະຫະລັດ ເພື່ອຮັບປະກັນໃຫ້ການສຶກສາຮໍ່າຮຽນຂອງສົກຮຽນໃໝ່ 2020-2021 ໄດ້ດຳເນີນໄປດ້ວຍປະສິດທິພາບສູງ.