ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ

ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ -                                                                       4                                               22 - ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ
ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ - kitchen vibe - ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ

ແຫຼ່ງຂ່າວຈາກ giadinh, ວັນທີ 8 ກັນຍານີ້ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດເມືອງເກິນເດື້ອກ ແຂວງລ໊ອງອານ ຫວຽດນາມ ໄດ້ເຂົ້າຈັບກຸມ ແລະ ດຳເນີນຄະດີກັບນາງ ຫງວຽນຖິຮວາ ຜູ້ທາລຸນແມ່ຄີງໆຂອງຕົນເອງ ທີ່ຖືກເຜີຍແຜ່ອອກໃນສື່ສັງຄົມອອນລາຍ.

ນາງ ຫງວຽນຖິຮວາ ໄດ້ທຳຮ້າຍຮ່າງກາຍຂອງຜູ້ເປັນແມ່ຄີງຂອງຕົນແທ້ໆ. ຜ່ານການສືບສວນສອບສວນ ຈຶ່ງຮູ້ວ່າ ຜູ້ທີ່ຖ່າຍຄິບໄວ້ນັ້ນແມ່ນ ທ້າວ ບຸຍແທັງຕວຽນ ຢູ່ຕາແສງ ລ໊ອງຮວາ ເມືອງ ເກິນເດື້ອກ ແຂວງ ລ໊ອງອານ ຖ່າຍເອົາພຶດຕິກຳບໍ່ດີຂອງນາງ ຮວາ ໄວ້ໃນຂະນະທີ່ເຂົາກຳລັງທຳຮ້າຍຮ່າງກາຍແມ່ຂອງຕົນຢູ່: ທັງທຸບຕີ, ປ້ອຍດ່າ ຊີ້ໜ້າ ຜູ້ເປັນແມ່ຊື່ ຫງວຽນຖິເດື່ອງ ອາຍຸ 79 ປີ, ຫຼັງຈາກນັ້ນແມ່ໄດ້ເສຍຊີວິດຍ້ອນພະຍາດຂອງຜູ້ກ່ຽວເອງ ໃນວັນທີ 2 ກັນຍາ.

ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ - Visit Laos Visit SALANA BOUTIQUE HOTEL - ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ

ໃນງານສົ່ງສະການແມ່ ທ້າວ ຫງວຽນວັນສຶ ຜູ້ເປັນອ້າຍຄີງຂອງນາງ ຮວາ ຮູ້ຂ່າວວ່າ ນ້ອງສາວທຳຮ້າຍແມ່ ແລະ ມີຜູ້ຖ່າຍຄິບເອົາໄວ້, ທ້າວສຶ ຈຶ່ງໄປຊອກຖາມຫາທ້າວ ບຸຍແທັງຕວຽນ ເພື່ອຂໍເອົາຄິບທີ່ເຂົາຖ່າຍໄວ້ໄດ້ໃນຂະນະທີ່ນາງ ຮວາ ທຳຮ້າຍແມ່ຕົນເອງ. ເມື່ອໄດ້ແລ້ວ, ຫຼັງຈາກນັ້ນເຂົາກໍໄດ້ເອົາຄິບດັ່ງກ່າວລົງໃນສື່ອອນລາຍ.

ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດ ນາງ ຮວາ ເປີດເຜີຍວ່າ:  ຕົນເອງເກີດຄວາມແຄງໃຈທີ່ແມ່ບໍ່ໄດ້ມີມູນມໍລະດົກຫຍັງປະໄວ້ໃຫ້ຈັກຢ່າງ ໃນຂະນະທີ່ຕົນເອງເປັນຜູ້ເບິ່ງແຍງດູແລແມ່.

ຂ່າວ: ລູກເມືອງພວນ.

 

ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ - 5 - ຈັບກຸມດຳເນີນຄະດີ ຜູ້ຍິງຄົນໜຶ່ງຢູ່ແຂວງ ລ໊ອງອານ (ຫວຽດນາມ) ທາລູນແມ່ຄີງຂອງຕົນເອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!