ກຳປູເຈຍຂຶ້ນຄ່າແຮງງານຂັ້ນຕໍ່າ “ອຸດສາຫະກຳເສື້ອຜ້າ” ເຖິງວ່າໄດ້ຮັບຜົນກະທົບໜັກຈາກໂຄວິດ-19


ວັນທີ 11 ກັນຍານີ້, ທ່ານ ອີດ ຊອມ ເຮັງ ລັດຖະມົນຕີກະຊວງແຮງງານຂອງກຳປູເຈຍ ປະກາດປັບຄ່າແຮງງານຂັ້ນຕໍ່າຄັ້ງໃໝ່ໃນວັນທີ 10 ກັນຍາ ສຳລັບອຸດສາຫະກຳເສື້ອຜ້າ ແລະ ເກີບ ເພີ່ມຂຶ້ນ 1,05% ຈາກ 190 ໂດລາສະຫະລັດ ເປັນ 192 ໂດລາສະຫະລັດ ໃນປີ 2021 ເຖິງວ່າຂະແໜງອຸດສາຫະກຳດັ່ງກ່າວຈະໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ທ່ານ ຊອມ ເຮັງ ເປີດເຜີຍວ່າ: ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ຕັດສິນໃຈປັບເພີ່ມຄ່າແຮງງານຂັ້ນຕໍ່າ 2 ໂດລາສະຫະລັດ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.
ທັງນີ້ ອຸດສາຫະກຳເສື້ອຜ້າ ແລະ ເກີບເປັນຂະແໜງການສົ່ງອອກໃຫຍ່ທີ່ສຸດຂອງກຳປູເຈຍ ມີແຮງງານປະມານ 750.000 ຄົນ, ໂຮງງານ ແລະ ສາຂາປະມານ 1.100 ແຫ່ງ ແຕ່ເນື່ອງຈາກການລະບາດໃຫຍ່ຂອງໂຄວິດ-19 ສົ່ງຜົນໃຫ້ປັດຈຸບັນໂຮງງານປະມານ 120 ແຫ່ງ ຍັງຢຸດການດຳເນີນງານ ເຊິ່ງສົ່ງຜົນກະທົບຕໍ່ແຮງງານປະມານ 50.000 ຄົນ.
ຂໍ້ມູນຈາກລັດຖະບານລະບຸວ່າ: ມູນຄ່າການສົ່ງອອກເສື້ອຜ້າ ແລະ ເກີບຂອງກຳປູເຈຍຫລຸດລົງ 5,4% ມີພຽງ 3,78 ພັນລ້ານໂດລາສະຫະລັດ ໃນໄລຍະເຄິ່ງທຳອິດຂອງປີ 2020 ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.