ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້

ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້ - 2222 - ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້
ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້ - kitchen vibe - ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້

ການອອກກຳລັງກາຍນອກຈາກຈະສົ່ງຜົນດີຕໍ່ສຸຂະພາບແລ້ວ ຮູ້ຫລືບໍ່ວ່າຜົນກຳໄລທາງອ້ອມຈາກການເສຍເຫື່ອຍັງຊ່ວຍໃຫ້ອາລົມຂອງເຮົາດີຂຶ້ນໄດ້ນຳ ໂດຍວຽກງານວິໄຈທີ່ເຜີຍແຜ່ໃນ National Library of Medicine ລະບຸວ່າ : ການອອກກຳລັງກາຍຈະສົ່ງຜົນຕໍ່ອາລົມຄວາມຮູ້ສຶກ 2 ແບບ : ແບບທຳອິດແມ່ນຄວາມຮູ້ສຶກຕື່ນໂຕ, ຕື່ນເຕັ້ນ ແລະ ມີຄວາມສຸກ, ແບບທີສອງແມ່ນຄວາມຮູ້ສຶກສະຫງົບ, ພໍໃຈ ແລະ ຜ່ອນຄາຍ ຈຶ່ງເຮັດໃຫ້ຮູ້ສຶກສະບາຍໂຕ ແລະ ສະບາຍໃຈຫລັງຈາກການອອກກຳລັງກາຍ. ທັງນີ້, ການອອກກຳລັງກາຍຈະຊ່ວຍໃຫ້ຮ່າງກາຍຫລັ່ງສານເອັນດໍຟິນ (Endorphin)ຫລື ທີ່ເອີ້ນກັນວ່າສານແຫ່ງຄວາມສຸກອອກມາ. ຂະນະທີ່ສະໝອງກໍຈະຫລັ່ງສານເອັນໂດແຄນນາບິນອຍ (Endocannabinoid)ທີ່ເຮັດໃຫ້ມີຄວາມສຸກ, ສານສື່ປະສາດ ແລະ ສານເຄມີຕ່າງໆທີ່ເຮັດໃຫ້ຮູ້ສຶກດີອອກມາຫລາຍຂຶ້ນ.

ແນວໃດກໍຕາມ, ອາລົມຂອງເຮົາຈະດີຂຶ້ນຫລາຍໜ້ອຍປານໃດຂຶ້ນຢູ່ກັບປະເພດຂອງການອອກກຳລັງກາຍ, ລະດັບຄວາມເຂັ້ມຂຸ້ນ, ໄລຍະເວລາ ແລະ ຊ່ວງເວລາທີ່ເລືອກອອກກຳລັງກາຍນຳ.

  • ປະເພດຂອງການອອກກຳລັງກາຍ : ການອອກກຳລັງກາຍແບບແອໂຣບິກ (Aerobic) ເຊັ່ນ : ການແລ່ນ, ຂີ່ລົດຖີບ, ເຕັ້ນແອໂຣບິກ ມີໂອກາດທີ່ຈະກະຕຸ້ນການປ່ອຍສານເຄມີໃນສະໝອງທີ່ຊ່ວຍໃຫ້ມີຄວາມສຸກ ຫລື ຮູ້ສຶກດີໄດ້ຫລາຍກ່ວາການອອກກຳລັງກາຍແບບເອນາແອໂຣບິກ (Anaerobic) ເຊັ່ນ : ການຫລິ້ນເຫວດ ຍົກນຳ້ໜັກ.

ແລະ ຈາກການສຶກສາໂດຍມະຫາວິທະຍາໄລ Heidelberg University ຍັງພົບນຳວ່າ ການອອກແຮງເຮັດກິດຈະກຳໃດໆທີ່ບໍ່ແມ່ນການອອກກຳລັງກາຍ ເຊັ່ນ : ຍ່າງຂຶ້ນຂັ້ນໄດ, ເຮັດຄວາມສະອາດເຮືອນ ບໍ່ສາມາດດຶງອາລົມຂອງເຮົາໃຫ້ດີຂຶ້ນໄດ້ຄືກັບການອອກກຳລັງກາຍ.

  • ລະດັບຄວາມເຂັ້ມຂຸ້ນໃນການອອກກຳລັງກາຍ : ການອອກກຳລັງກາຍໃນລະດັບຄວາມເຂັ້ມຂຸ້ນທີ່ງ່າຍໆໄປຈົນລະດັບປານກາງຈະສົ່ງຜົນຕໍ່ການຫລັ່ງສານເຄມີໃນສະໝອງຫລາຍກ່ວາ ໂດຍມະຫາວິທະຍາໄລ University of Arizona ພົບວ່າ ລະດັບຂອງສານເອັນໂດແຄນນາບິນອຍຈະສູງຂຶ້ນ ຫາກແລ່ນເຢາະໆ ຫລື ແລ່ນໃນລະດັບປານກາງ ປະມານ 30 ນາທີ ຕ່າງຈາກການແລ່ນໜັກໆ ໃນໄລຍະເວລາເທົ່າກັນ ທີ່ພົບວ່າສານດັ່ງກ່າວຖືກປ່ອຍອອກມາຫລຸດລົງ.
  • ໄລຍະເວລາ : ເຖິງວ່າການຍ່າງປະມານ 10 ນາທີ ຊ່ວຍກະຕຸ້ນການໄຫລວຽນຂອງເລືອດ ແລະ ຊ່ວຍໃຫ້ອາລົມດີຂຶ້ນໄດ້, ແຕ່ຈາກການວິໄຈສ່ວນຫລາຍມັກຈະແນະນຳໃຫ້ອອກກຳລັງກາຍຢ່າງໜ້ອຍ 20 ນາທີ ເພາະສາມາດດຶງອາລົມຂອງຕົນເອງໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ ຈາກຄວາມຕໍ່ເນື່ອງຂອງການອອກກຳລັງກາຍ ໂດຍພົບວ່າລະດັບຂອງສານເອັນດໍຟິນເພີ່ມຂຶ້ນຫລັງຈາກອອກກຳລັງກາຍແບບແອໂຣບິກໃນຄວາມເຂັ້ມຂຸ້ນລະດັບປານກາງໄປຈັກປະມານ 1 ຊົ່ວໂມງ.

ຊ່ວງເວລາໃນການອອກກຳລັງກາຍ : ວຽກງານວິໄຈຫລາຍເທື່ອພົບວ່າ ການອອກກຳລັງກາຍໃນຕອນເຊົ້າເປັນຊ່ວງເວລາທີ່ເໝາະສົມ ແລະ ມີໂອກາດທີ່ຈະເຮັດໄດ້ຢ່າງຕໍ່ເນື່ອງ ກ່ອນຈະໄປພະເຊີນກັບການເຮັດວຽກທີ່ຕ້ອງຮັບຜິດຊອບໃນແຕ່ລະມື້, ແຕ່ທັງນີ້ກໍຂຶ້ນຢູ່ກັບຕາຕະລາງຊີວິດຂອງແຕ່ລະບຸກຄົນຄືກັນ ເພາະສຳລັບບາງຄົນການອອກກຳລັງກາຍຫລັງຈາກເລີກວຽກຖືເປັນການປັບອາລົມຂອງຕົນເອງໃຫ້ດີຂຶ້ນໄດ້ຫລັງຈາກອິດເມື່ອຍມາໝົດມື້ແລ້ວ.

ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້ - 3 - ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້
ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້ - 5 - ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້
ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້ - 4 - ຫງຸດຫງິດ ເບື່ອໂລກ ອອກກຳລັງກາຍຊ່ວຍໄດ້