ໄທປິດດ່ານຊາຍແດນກັບ ມຽນມາຊົ່ວຄາວ ເພື່ອປ້ອງກັນໂຄວິດ-19
ແຫຼ່ງຂ່າວຈາກ ຊິນຫົວ ຂອງຈີນ, ວັນທີ 17 ກັນຍານີ້ ລາຍງານວ່າ: ຮອງນາຍົກລັດຖະມົນຕີໄທ, ທ່ານ Prawit Wongsuwan, ເມື່ອວັນທີ 16 ກັນຍານີ້ໃຫ້ຮູ້ວ່າ: ບັນດາດ່ານຊາຍແດນລະຫວ່າງໄທກັບມຽນມາຈະປິດປະຕູຊົ່ວຄາວ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະກັດກັ້ນພວກຄ້າຂາຍຢາເສບຕິດ.
ທ່ານ Prawit ໃຫ້ຮູ້ວ່າ: ໃນສະຖານະການທີ່ຂົງເຂດພາກພື້ນກຳລັງປະເຊີນກັບຄວາມເສຍຫາຍທາງດ້ານເສດຖະກິດຢ່າງໜັກໜ່ວງ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19 ສ້າງຂຶ້ນ. ພ້ອມດຽວກັນນັ້ນ ພວກຄ້າຂາຍຢາເສບຕິດກໍເຄື່ອນໄຫວຢ່າງແຂງແຮງຢູ່ໃນໄທ ເພື່ອຈະຂົນຍ້າຍໄປປະເທດທີສາມ.
ໂຄສົກກະຊວງປ້ອງກັນປະເທດໄທ ທ່ານ Kongcheep Tantrawanit ກ່າວວ່າ: “ເດືອນກ່ອນໜ້ານີ້, ເຈົ້າໜ້າທີ່ໄທ ຢຶດໄດ້ ຢາບ້າ 28 ລ້ານເມັດ ແລະ 428 ກິໂລກະລາມຢາບ້າແທ່ງ. ຢາບ້າຈຳນວນດັ່ງກ່າວ ຖືກຂົນຍ້າຍເຂົ້າມາຈາກບັນດາແຂວງທາງພາກເໜືອ ແລະ ພາກກາງຂອງໄທ”.
ໂຄສົກຄົນດັ່ງກ່າວຍັງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ ຫາວັນທີ 31 ສິງຫາ ເຈົ້າໜ້າທີ່ໄທ ສາມາດຈັບກຸມເປົ້າໝາຍຄ້າຂາຍຢາບ້າໄດ້ 179.050 ຄົນ ພ້ອມກັບຢາບ້າ 143 ລ້ານເມັດ ແລະ 5,4 ຢາບ້າແທ່ງ.
ຕໍ່ກັບບັນຫາພະຍາດລະບາດໂຄວິດ-19 ທ່ານຮອງນາຍົກລັດຖະມົນຕີຂອງໄທກ່າວວ່າ: ບັນດານັກທຸລະກິດຍັງສາມາດແລກປ່ຽນສິນຄ້າຢູ່ຕາມຊາຍແດນໄດ້.
ຂ່າວ: ລູກເມືອງພວນ.