ລາວ-ມາເລເຊຍ ຫາລືສິ່ງອຳນວຍຄວາມສະດວກໃຫ້ພົນລະເມືອງສອງປະເທດສາມາດກັບຄືນປະເທດດ້ວຍຍົນເໝົາລຳໃນໄລຍະນີ້

ໃນວັນທີ 17 ກັນຍານີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານໂທລະສັບທາງໄກກັບ ທ່ານ ດາໂຕະ ສິຣິ ຮີຊະມູດິນ ຕູນ ຮູສຊິນ (Dato’ Seri Hishammuddin Tun Hussein) ລັດຖະມົນຕີກະຊວງການຕ່າງປະເທດ ມາເລເຊຍ.
ເພື່ອປຶກສາຫາລືຄວາມເປັນໄປໄດ້ໃນການອຳນວຍຄວາມສະດວກໃຫ້ພົນລະເມືອງຂອງສອງປະເທດສາມາດເດີນທາງກັບຄືນປະເທດໂດຍຜ່ານຍົນເໝົາລຳ, ພ້ອມທັງຊອກຫາຊ່ອງທາງໃນການເປີດທາງອຳນວຍຄວາມສະດວກໃຫ້ພາກທຸລະກິດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອດ້ານການແພດໃນການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືເພື່ອສົ່ງສິນຄ້າອຸດສາຫະກຳ ໄປຂາຍຢູ່ບັນດາປະເທດຕາເວັນອອກກາງ ເພື່ອແນ່ໃສ່ການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍເປັນຢ່າງດີຕະຫຼອດມາ ແລະ ໃນປີ 2021 ນີ້ຈະເປັນປີຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ (01/07/1966-01/07/2021), ສອງຝ່າຍຈະໄດ້ຈັດກິດຈະກໍາຮ່ວມກັນ ແລະ ຈະມີການແລກປ່ຽນການຢ້ຽມຢາມຂອງການນຳຂອງສອງປະເທດເພື່ອເປັນການສະເຫຼີມສະຫຼອງປີສຳຄັນດັ່ງກ່າວໃຫ້ມີຄວາມໝາຍຄວາມສຳຄັນຍິງຂຶ້ນ. ພ້ອມໄດ້ປຶກສາຫາລືກ່ຽວກັບການກະກຽມກອງປະຊຸມ JC ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ມາເລເຊຍ ແລະ ຕີລາຄາສູງຕໍ່ບົດບາດຄວາມສຳຄັນຂອງກົນໄກການຮ່ວມມືດັ່ງກ່າວ ຜ່ານຂະແໜງການຕ່າງໆ ໂດຍສະເພາະ ດ້ານການເມືອງ, ການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານວັດທະນະທຳ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ເຊື້ອເຊີນທ່ານລັດຖະມົນຕີກະຊວງການຕ່າງປະເທດມາ ເລເຊຍ ຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມມື ລາວ ແລະ ມາເລເຊຍ ຄັ້ງທີ 4 ໃນເວລາທີ່ເໝາະສົມ.