ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - 8bcb8b48 c2d2 4d5b 9064 ef92b7e93b99 1 - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020
ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - kitchen vibe - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

ໃນວັນທີ 22 ກັນຍາ 2020, ທ່ານ ຫງວຽນ ຮ່ວງ ເຊີນ ຮອງຜູ້ອຳນວຍການ-ການຕະຫຼາດບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) ໄດ້ຕາງໜ້າໃຫ້ ຢູນີເທວ ເຂົ້າຮ່ວມຮັບ 2 ລາງວັນຢ່າງເປັນທາງການ ຈາກງານມອບລາງວັນ 2020 Stevie AwardsAsia-Pacific (ແບບທາງໄກ) ທີ່ໄດ້ຈັດຂຶ້ນຢູ່ ສ.ເກົາຫຼີ. ຢູນີເທວ ເປັນຜູ້ບໍລິການໜຶ່ງດຽວໃນລາວທີ່ເຂົ້າຮ່ວມ ແລະ ໄດ້ຮັບເຖິງ 2 ລາງວັນ, ນີ້ກໍເປັນການຢັ້ງຢືນວ່າ ຢູນີເທວເປັນເຄືອຂ່າຍນໍາໜ້າ ແລະ ເປັນເຄືອຂ່າຍບຸກເບີກຄົ້ນຄິດໃນການສ້າງຜະລິດຕະພັນໃໝ່ໆອອກສູ່ສັງຄົມ ເພື່ອຫັນປ່ຽນດິຈິຕອນໃນລາວ ແລະ ກ້າວໄປສູ່ເປົ້າໝາຍການເປັນ “ຜູ້ໃຫ້ບໍລິການເຄືອຂ່າຍເຕັກໂນໂລຊີຊັ້ນນໍາໃນອະນາຄົດ” ຢູ່ ສປປ ລາວ.

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - 8bcb8b48 c2d2 4d5b 9064 ef92b7e93b99 1024x576 - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - Visit Laos Visit SALANA BOUTIQUE HOTEL - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

 

ລາງວັນຫຼຽນເງິນ “Silver Stevie® ​Winner”ໃນສາຂາ “Great job in rolling out beneficial services at low cost to develop rural areas” ຫຼື “ການບໍລິການດີເລີດທີ່ເປັນປະໂຫຍດໃນລາຄາປະຢັດແກ່ການພັດທະນາຊົນນະບົດ” ໃຫ້ແກ່ ຢູມັນນີ “U-money”ທີ່ໃຫ້ການບໍລິການດ້ານທຸລະກຳການເງິນທາງດິຈີຕອນ ເປັນຕົ້ນແມ່ນ ໂອນເງິນ-ຖອນເງິນ ອອກເປັນເງິນສົດ – ການຊໍາລະບໍລິການຕ່າງໆ ໂດຍຜ່ານລະບົບມືຖື ໄດ້ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ທີ່ນໍາໃຊ້ມືຖືໃນທົ່ວປະເທດ ແລະ ພິເສດແມ່ນອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ນຳໃຊ້ມືຖືຫຼາຍກວ່າ 3 ລ້ານເລກໝາຍຂອງຢູນີເທວ, ໄດ້ຊ່ວຍໃຫ້ປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ສາມາດນໍາໃຊ້ບໍລິການດ້ານການເງິນ – ການທະນາຄານໄດ້ຢ່າງສະດວກ,  ສ້າງຄວາມລຶ້ງເຄີຍໃຫ້ແກ່ປະຊາຊົນຮູ້ນໍາໃຊ້ທຸລະກຳການເງິນໃນຮູບແບບດີຈີຕອນ ທີ່ເປັນການສົ່ງເສີມການສ້າງພື້ນຖານໃນການພັດທະນາເສດຖະກິດຊຸມຊົນໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - ef0e5360 b475 4d6c b850 5c59c8dd830b 1024x576 - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

ອີກໜຶ່ງລາງວັນທີ່ມີຄຸນຄ່າຢູນີເທວໄດ້ຮັບຈາກງານ 2020 Stevie Awards Asia-Pacific ກໍຄື ລາງວັນຫຼອງທອງ “Bronze Stevie® Winner”ໃນສາຂາ “A good Civil Registration and Vital Statistics system designed and implemented” ຫຼື “ການອອກແບບ ແລະ ນໍາໃຊ້ລະບົບທີ່ດີ ໃນການຈົດທະບຽນ ແລະ ສະຖິຕິພົນລະເມືອງ” ໃຫ້ແກ່ “ລະບົບຄຸ້ມຄອງພົນລະເມືອງ” ທີ່ ຢູນີເທວ ເປັນເຈົ້າການໃນການຜັນຂະຫຍາຍລະບົບດັ່ງກ່າວ ໃຫ້ແກ່ລັດຖະບານລາວໂດຍສະໜອງລະບົບຄຸ້ມຄອງ ຂໍ້ມູນພົນລະເມືອງທັງໝົດ ໄດ້ຖືກອັບລົງໃນລະບົບຊອບແວ, ປັບປຸງຄວາມສາມາດໃນການຄຸ້ມຄອງຂໍ້ມູນ ແລະ ບັນທຶກຂໍ້ມູນກ່ຽວກັບປະຊາຊົນເຊັ່ນ: ການບັນທຶກການເກີດ, ການແຕ່ງງານ, ການຕາຍ ແລະ ອື່ນໆ ຊຶ່ງໄດ້ຊ່ວຍໃຫ້ພາກລັດ ສ້າງພາກລວມໃນການປົກຄອງ ແລະ ຄຸ້ມຄອງພົນລະເມືອງ ໃນ ສປປ ລາວໄດ້ງ່າຍດາຍ, ຊ່ວຍຍົກສູງປະສິດທິພາບການຄຸ້ມຄອງ, ຫຼຸດຜ່ອນຂອດຂັ້ນລະບຽບການ ແລະ ປະຢັດເວລາໃຫ້ແກ່ປະຊາຊົນເມື່ອໃຊ້ບໍລິການ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິຮູບລະບຽບການບໍລິຫານ,ເພີ່ມຕື່ມດັດສະນີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ທັນສະໄໝເຂົ້າໃນວຽກງານ ແລະປະກອບສ່ວນສ້າງປັດໄຈໃນການສ້າງລັດຖະບານເອເລັກໂຕນິກ ຫຼື E-Government ຢູ່ ສປປ ລາວ.

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - b6bdafc4 6893 4489 989b 0004904baa71 1024x576 - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020

ສອງລາງວັນທີ່ມີຄຸນຄ່າໃຫຍ່ຫຼວງ ຢູນີເທວ ໄດ້ຮັບຈາກງານ 2020 Stevie Awards Asia-Pacificໄດ້ຢັ້ງຢືນເຖິງຄວາມພະຍາຍາມໃນການພັດທະນາທີ່ບໍ່ຢຸດຢັ້ງ ແລະ ຍັງສະແດງໃຫ້ເຫັນເຖິງຄວາມຮັບຮູ້ຄວາມສາມາດ ທຽບເທົ່າກັບສາກົນ ດ້ານຄຸນະພາບຂອງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ. ໃນຖານະເປັນບໍລິສັດນຳໜ້າດ້ານເຕັກໂນໂລຊີ – ຂໍ້ມູນຂ່າວສານໃນລາວ, ສະຕາໂທລະຄົມ (ຢູນີເທວ) ຍາມໃດກໍຕັ້ງໃຈສ້າງ ແລະ ພັດທະນາຜະລິດຕະພັນ ແລະ ການບໍລິການເພື່ອຕອບສະໜອງ ການຫັນປ່ຽນຢ່າງເຕັມສ່ວນ ໃນການພັດທະນາປະເທດຊາດ. ປັດຈຸບັນ, ສາມາດເວົ້າໄດ້ວ່າ: “ຢູນີເທວ ບໍ່ສະເພາະແຕ່ສະໜອງບໍລິການທາງດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພຽງເທົ່ານັ້ນ, ແຕ່ຍັງເປັນບໍລິສັດ ທີ່ນຳໜ້າໃນການສະໜອງບໍລິການທາງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນຢູ່ ສປປ ລາວ ໃນຍຸກປະຕິວັດອຸດສາຫະກຳ 4.O ຂອງໂລກ, ຢູນີເທວ ສາມາດສະໜອງການບໍລິການໃນຫຼາຍຂົງເຂດເຊັ່ນ: ລະບົບເຄື່ອຂ່າຍອິນເຕີເນັດຄວາມໄວສູງ (Fiber network, Fiber High Speed Internet, 4G ແລະ ກຳລັງຈະກ້າວໄປສູ່ 5G and Mobile Application),ການສະໝອງບັນດາວິທີການປັບປຸງແກ້ໄຂບັນຫາ (Solution) ໃນຂົງເຂດອົງການຈັດຕັ້ງພັກ-ລັດຖະບານ, ການສະໜອງບັນດາຊອບແວຣ (Software –Solution) ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ບັນດາທະນາຄານ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ, ເປັນຜູ້ໃຫ້ຄຳປຶກສາ ແລະ ໃຫ້ວິທີການປັບປຸງແກ້ໄຂບັນຫາ (Solution) ກ່ຽວກັບລະບົບຕ່າງໆເຊັ່ນ: Datacenter, AI, Cybersecurity, Cloud (Camera, Storage, Server, VDI) ແລະ ອື່ນໆ

ຢູນີເທວຄວ້າ 2 ລາງຈາກ stevie awards asia-pacific 2020 - 3 - ຢູນີເທວຄວ້າ 2 ລາງຈາກ Stevie Awards Asia-Pacific 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!