ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19

ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19 - 3 - ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19
ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19 - kitchen vibe - ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19

ຂ່າວຕ່າງປະເທດ ວັນທີ 27 ກັນຍານີ້ ໃຫ້ຮູ້ວ່າ: ອະນຸສອນສະຖານລະນຶກເຖິງຜູ້ຕິດເຊື້ອໂຄວິດ-19 ແຫ່ງທຳອິດໃນ ບຣາຊິລ ສ້າງສຳເລັດແລ້ວໃນ  ອາທິດນີ້. ອານຸສອນດັ່ງກ່າວມີຄວາມຍາວ 39 ແມັດ, ມີນໍ້າໜັກປະມານ 3 ໂຕນ ແລະ ມີການສະຫຼັກຊື່ຜູ້ປ່ວຍໂຄວິດ-19 ທີ່ເສຍຊີວິດບົນອານຸສາວະລີຕາມຄວາມປະສົງຂອງຍາດຕິພີ່ນ້ອງ.

ທ່ານ Crisa Santos ຜູ້ອອກແບບເປີດເຜີຍວ່າ ໄດ້ຮັບແຮງບັນດານໃຈຈາກການທີ່ເຫັນຫຼາຍຄອບຄົວໃນຮອບຕົວຕ້ອງສູນເສຍບຸກຄົນທີ່ເປັນທີ່ຮັກໃນທ່າມກາງຂອງໄວຣັດ ແລະ ການທີ່ບໍ່ສາມາດສົ່ງຕົວຜູ້ປ່ວຍປິ່ນປົວຮັກສາດູແລໄດ້ຢ່າງເໝາະສົມ ເນື່ອງຈາກຂໍ້ຈຳກັດບາງປະການ.

ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19

ໂດຍອະນຸສອນດັ່ງກ່າວ ໄດ້ຮັບການອອກແບບໃຫ້ມີລັກສະນະເປັນສັນຍາລັກແຫ່ງຄວາມຫວັງ ຊຶ່ງສະແດງເຖິງຄວາມສຳພັນເຖິງພື້ນຖານຜູ້ທີ່ລ່ວງລັບໄປແລ້ວ. ການອອກແບບຍັງສະແດງເຖິງຄວາມມຸ່ງໝັ້ນຂອງມະນຸດຊາດ ທີ່ພິຊິດກັບໂຣກລະບາດໃນຄັ້ງນີ້ດ້ວຍ.

ທ່ານ Crisa Santos ກ່າວຢໍ້າວ່າ: ອະນຸສອນດັ່ງກ່າວມີການສະຫຼັກລາຍຊື່ຜູ້ເສຍຊີວິດແລ້ວປະມານ 4.000 ຄົນ, ແຕ່ເມື່ອພິຈາລະນາຈາກປັດຈຸບັນທີ່ມີຜູ້ເສຍຊີວິດຈາກໂຣກໂຄວິດ-19 ໃນບຣາຊິລ ແລ້ວຫຼາຍກວ່າ 1 ແສນ 4 ໝື່ນຄົນ ຈຶ່ງຍາກທີ່ຈະຈິນຕະນາການໄດ້ວ່າ ທົ່ວປະເທດຈະຕ້ອງໃຊ້ອະນຸສາວະລີນີ້ຈັກແຫ່ງ.

ທັງນີ້ ບຣາຊິລ ມີຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການຢືນຢັນແລ້ວກ່ວາ 4 ລ້ານ 7 ແສນຄົນ ແລະ ເສຍຊີວິດແລ້ວກວ່າ 1 ແສນ 41 ຄົນ.

ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19 - 4 - ບຣາຊິລ ສ້າງອະນຸສອນສະຖານ ເພື່ອລະນຶກຜູ້ເສຍຊີວິດຈາກໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!