ເຢຍລະມັນໃຫ້ການຊ່ວຍເຫລືອຕ້ານພະຍາດ COVID-19


ພິທີມອບ-ຮັບອຸປະກອນການແພດ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ລາວເຮົາ ໄດ້ມີຂຶ້ນໃນວັນທີ 29 ກັນຍານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ແລະ ທ່ານ ເຢັນສ ລຸດເຄັນແຮມ (Jens Lütkenherm) ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ ເຊິ່ງປະກອບມີ ຜ້າອັດປາກ-ດັງ, ຖົງມື, ເຈວລ້າງມື, ສະບູລ້າງມື (ສະບູແຫລວ), ແວ່ນຕາ (ສຳລັບປ້ອງກັນ COVID-19), ເຄື່ອງແທກອຸນຫະພູມ, ເຄື່ອງຜົ່ນຢາຂ້າເຊື້ອ, ຜົງຄໍລີນ, ຊຸດປ້ອງກັນ ແລະ ເກີບບູດ ລວມມູນຄ່າ 10.960 EUR ຫລື ປະມານ 110 ລ້ານກວ່າກີບ.
ໃນໂອກາດດັ່ງກ່າວ, ປະທານອົງການກາແດງລາວ ກໍໄດ້ສະແດງຄວາມຂອບໃຈທີ່ທາງສະຖານທູດເຢຍລະມັນເຫັນໄດ້ຄວາມສຳຄັນໃນວຽກງານອົງການກາແດງລາວ ເປັນຕົ້ນໄດ້ໃຫ້ການຊ່ວຍເຫລືອປະຊາຊົນລາວໃນໄລຍະພະຍາດໂຄວິດ-19 ພວມລະບາດ ແລະ ໃນໄລຍະຜ່ານມາ ທາງອົງການກາແດງລາວ ກໍໄດ້ເອົາໃຈໃສ່ລົງເຄື່ອນໄຫວໂຄສະນາໃຫ້ແກ່ຊຸມຊົນ ແລະ ກຸ່ມຄົນທີ່ມີຄວາມສ່ຽງ ເພື່ອຮັບມື ແລະ ປ້ອງກັນເຊື້ອພະຍາດໂຄວິດ-19, ປຸກລະດົມຂົນຂວາຍການບໍລິຈາກເລືອດ-ສະໜອງເລືອດປອດໄພ ແລະ ວຽກງານກູ້ໄພຕ່າງໆ.