UN ເລັ່ງເຈລະຈາຢຸດຕິສົງຄາມລະຫວ່າງອາກເມນີ ແລະ ອາເຊີໄບຈັນ


ລາຍງານຈາກຂ່າວຕ່າງປະເທດ, ວັນທີ 29 ກັນຍາ ລາຍງານໃຫ້ຮູ້ວ່າ: ທ່ານ ອັນໂຕນີໂອກູເຕເຣສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ(UN) ໄດ້ປຶກສາຫາລືກັບທ່ານ ອິວຮາມອາລີເຢບ ປະທານປະເທດ ອາແຊກໄບຊານ ແລະ ທ່ານ ນີໂຄປາຊີນຽນ ນາຍົກລັດຖະມົນຕີ ອາກເມນີ ເມື່ອວັນຈັນທີ 28 ກັນຍາທີ່ຜ່ານມາໂດຍຜ່ານທາງວີດີໂອອອນລາຍກ່ຽວກັບການເຮັດສົງຄາມກັນຄັ້ງໃໝ່ໃນເຂດ ນາກໍໂນຄາຣາບັກ ທີ່ເປີດສາກຕີກັນໃນວັນທີ 27 ກັນຍາທີ່ຜ່ານມາ, ເຮັດໃຫ້ມີຜູ້ເສຍຊີວິດປະມານ 100 ຄົນ, ສ່ວນໃຫ່ຍເປັນທະຫານຂອງທັງສອງຝ່າຍ ແລະ ຍັງມີປະຊາຊົນຂອງສອງປະເທດອີກດ້ວຍ.
ຂະນະນີ້, ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດໄດ້ມີກຳນົດປະຊຸມສຸກເສີນກ່ຽວກັບສະຖານະການດັ່ງກ່າວໃນວັນທີ 29 ກັນຍານີ້ ຕາມການສະເໜີຂອງສະມາຊິກສະຫະພາບເອີຣົບ.
ທາງດ້ານຂອງທ່ານ ເດີມີຕຣີເປສຄັອບ ໂຄສົກລັດຖະບານລັດເຊຍກ່າວວ່າ: ທ່ານ ວະລາດີເມຍປູຕີນ ປະທານາທິບໍດີລັດເຊຍ ໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ຄວາມຂັດແຍ່ງລະຫວ່າງອາກເມນີ ແລະ ອາແຊກໄບຊານ, ເຖິງແມ່ນວ່າເວລານີ້ບໍ່ທັນມີຄວາມຊັດເຈນວ່າໃຜຖືກໃຜຜິດ ແຕ່ສິ່ງສຳຄັນຄືທັງສອງຝ່າຍຕ້ອງຢຸດຕິສູ້ຮົບກັນທັນທີ ເພື່ອຄວາມປອດໄພຂອງປະຊາຊົນທັງສອງຝ່າຍ.
ຊຶ່ງໃນຂະນະນີ້, ລັດເຊຍໄດ້ຕົກລົງເປັນພັນທະມິດກັບ ອາກເມນີ ແລະ ມີຖານທັບຂະໜາດໃຫ່ຍຢູ່ໃນປະເທດນີ້ ແລະ ໄດ້ຂາຍອາວຸດໃຫ້ທັງ ອາກເມນີ ແລະ ອາແຊກໄບຊານ.
ສາເຫດເກີດສົງຄາມຄັ້ງນີ້, ທັງສອງຝ່າຍຕ່າງກໍຖິ້ມໂທດໃສ່ກັນໄປມາວ່າເປັນຝ່າຍລິເລີ່ມຄວາມຮຸນແຮງກ່ອນ.
ເຂດ ນາກໍໂນຄາຣາບັກ ມີເນື້ອທີ່ປະມານ 4.400 ກິໂລຕາແມດ ຫ່າງຈາກດິນແດນຂອງ ອາກເມນີປະມານ 50 ກມ ປະຊາຊົນສ່ວນໃຫຍ່ທີ່ອາໄສຢູ່ທີ່ນີ້ ແມ່ນມີເຊື້ອສາຍອາກເມນີ ແຕ່ອົງການສະຫະປະຊາຊາດຮັບຮອງໃຫ້ເປັນຂອງ ອາເຊີໄບຈັນ.