ຈີນສັ່ງປະຫານ “ຄູອະນຸບານ” ວາງຢາເດັກນ້ອຍໝົດຫ້ອງ ເຮັດໃຫ້ມີເດັກນ້ອຍເສຍຊີວິດ 1 ຄົນ ແຄ້ນເພື່ອນຮ່ວມງານ
ວັນທີ 29 ກັນຍານີ້, BBC ລາຍງານວ່າ: ສານເມືອງຈຽວຊົວ ມົນທົນເຫີໜານ ທາງຕອນກາງຂອງ ສປ ຈີນ ພິພາກສາປະຫານຊີວິດ ນາງ ຫວັງ ຫຍຸນ ອະດີດຄູປະຈຳໂຮງຮຽນອະນຸບານ ໃນເມືອງຈຽວຊົວ ຕາມຄວາມຜິດຂໍ້ຫາ ວາງຢາ ເດັກນ້ອຍນັກຮຽນ 25 ຄົນ ແລະ ເປັນເຫດໃຫ້ເດັກນ້ອຍ 1 ຄົນເສຍຊີວິດ ເມື່ອເດືອນມີນາປີກ່ອນ.
ລາຍງານລະບຸວ່າ: ຄະດີສະເທືອນຂວັນດັ່ງກ່າວເກີດຂຶ້ນເມື່ອວັນທີ 27 ມີນາ 2019 ເມື່ອນັກຮຽນທົ່ວຫ້ອງມີອາການປຸ້ນທ້ອງ, ຮາກ ແລະ ເປັນລົມໝົດສະຕິ ຫລັງກິນເຂົ້າຕົ້ມຕອນເຊົ້າ, ຄູ ແລະ ເຈົ້າໜ້າທີ່ໂຮງຮຽນເລີຍຟ້າວພາເດັກນ້ອຍໄປສົ່ງໂຮງໝໍ ເຖິງວ່ານັກຮຽນສ່ວນຫລາຍຈະໂຊກດີ ເພາະປິ່ນປົວໄດ້ບໍ່ດົນກໍໄດ້ຮັບອະນຸຍາດໃຫ້ກັບເຮືອນໄດ້, ແຕ່ມີເດັກເຄາະຮ້າຍເຖິງຂັ້ນເສຍຊີວິດ 1 ຄົນ.
ສົ່ງຜົນໃຫ້ຕຳຫລວດເປີດການສອບສວນພົບວ່າ: ເຂົ້າຕົ້ມທີ່ເດັກນ້ອຍຮັບປະທານໃນມື້ເກີດເຫດ ປົນເປື້ອນ “ສານໂຊດຽມໄນໄຕຣ” ວັດຖຸເຈືອປົນອາຫານທີ່ຊ່ວຍປ້ອງກັນ ແລະ ຢັບຢັ້ງການບູດເໜົ່າ ລວມທັງເປັນສ່ວນປະສົມຂອງຢາຂ້າແມງໄມ້ ໃນປະລິມານຫລາຍ.
ພ້ອມຕັ້ງຂໍ້ສົງໄສວ່າ: ນາງ ຫວັງ ຄູປະຈຳຫ້ອງຮຽນອີກຫ້ອງໜຶ່ງ ເປັນຜູ້ຢູ່ເບື້ອງຫລັງ ຄາດວ່າມີແຮງຈູງໃຈມາຈາກຄວາມຕ້ອງການແກ້ແຄ້ນຄູເພື່ອນຮ່ວມງານທີ່ມີປາກສຽງເລື່ອງການຈັດການບໍລິຫານນັກຮຽນ ເລີຍຕັດສິນໃຈວາງຢາພິດເດັກນັກຮຽນໃນຫ້ອງຮຽນຂອງຄູຄູ່ກໍລະນີ.
ໂກລບອນທາມເປີດເຜີຍຄຳພິພາກສາຂອງສານເມືອງຈຽວຊົວວ່າ: ນາງ ຫວັງ ບໍ່ໄດ້ກໍ່ເຫດວາງຢາພິດເປັນເທື່ອທຳອິດ ເນື່ອງຈາກກ່ອນໜ້ານີ້ເຄີຍສັ່ງຊື້ໂຊດຽມໄນໄຕຣຈາກຮ້ານຄ້າອອນລາຍ ເພື່ອວາງຢາຜົວ ເຊິ່ງໄດ້ຮັບອັນຕະລາຍພຽງເລັກໜ້ອຍ.