ເດັກພະເນຈອນ ກັບນໍ້າໃຈສູງສົ່ງ

ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - WhatsApp Image 2021 11 14 at 1 - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ
ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - kitchen vibe - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ

John Thuo ເປັນເດັກຊັດເຊພະເນຈອນ ບໍ່ມີທີ່ເພິ່ງພາອາໄສຢູ່ໃນເມືອງ ໄນໂຣບີ(Nairobi) ປະເທດເຄນຢາ. ແຕ່ລະມື້ລາວໄດ້ແຕ່ເລາະໄປທົ່ວເມືອງເພື່ອຫາຂໍເງິນ

ຢູ່ມາວັນໜຶ່ງລາວຍ່າງເຂົ້າໄປຫາລົດຄັນໜຶ່ງທີ່ກຳລັງຈອດຢູ່ ເພື່ອຈະຂໍເງິນ. ເມື່ອໄປເຖິງລົດຄັນນັ້ນ ລາວເຫັນຜູ້ຍິງຄົນໜຶ່ງຢູ່ໃນລົດກຳລັງໃສ່ອົກຊີ ແລະ ເຄື່ອງມືການແພດຫຼາຍຢ່າງທີ່ຊ່ວຍຊີວິດ ຈຶ່ງເຮັດໃຫ້ລາວເກີດຄວາມສົນໃຈຢາກຮູ້ຢາກເຫັນ ແລະ ໄດ້ຖາມຕົ້ນປາຍສາເຫດເລື່ອງທີ່ເກີດຂຶ້ນກັບຍິງຄົນນັ້ນ.

ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - Visit Laos Visit SALANA BOUTIQUE HOTEL - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ

ຮູ້ວ່າຜູ້ຍິງຄົນນັ້ນມີຊື່ວ່າ Gladys Kamande ອາຍຸ 32 ປີ ເປັນພະຍາດປອດຊຸດໂຊມ, ຫັນໃຈຝືດ ຈຳເປັນຕ້ອງໃຊ້ເຄື່ອງມືການແພດຫຼາຍຢ່າງຊ່ວຍຊີວິດຂອງເຂົາໄວ້ ພ້ອມດຽວກັນນັ້ນ ອັນເນື່ອງມາຈາກຜ່ານການຜ່າຕັດເຖິງ 12 ຄັ້ງ ໄດ້ເຮັດໃຫ້ຕາຂອງເຂົາບອດສະໜິດທັງສອງເບື້ອງ ແລະຕ້ອງດຳລົງຊີວິດຢູ່ໃນຄວາມມືດມິດ ກັບຊີວິດທີ່ຍັງເຫລືອ.

ເມື່ອເຫັນສະພາບຂອງຍິງຄົນນັ້ນຕ້ອງທຸກທໍລະມານຢ່າງໜັກໜາສາຫັດ ທຽບກັບຕົນເອງແລ້ວກວ່າແມ່ນທຸກທໍລະມານກ່ວາຕົນຕັ້ງຫຼາຍເທົ່າ, ເຖິງແມ່ນວ່າຕົນເອງຈະຊັດເຊພະເນຈອນ ບໍ່ມີທີ່ເພິ່ງພາອາໄສ ແຕ່ຢ່າງໜ້ອຍກໍຍັງມີສຸຂະພາບທີ່ແຂງແຮງດີ ຢາກໄປໃສກໍ່ໄດ້ທີ່ຕົນຢາກໄປ.

John Thuo ຈຶ່ງຂໍຈັບມືຍິງຄົນນັ້ນຢ່າງແໜ້ນ ແລະແລ້ວນໍ້າຕາໄຫຼລົງດ້ວຍຄວາມສົງສານ ພ້ອມທັງໄດ້ມອບເງິນທັງໝົດທີ່ຂໍໄດ້ໃນວັນນັ້ນໃຫ້ກັບຍິງຄົນນັ້ນ.

ເຊີ່ງໃນຕອນນັ້ນມີຄົນທີ່ຜ່ານກາຍໄປທາງນັ້ນ ໄດ້ເຫັນສະພາບທີ່ເກີດຂຶ້ນຈຶ່ງໄດ້ຖ່າຍພາບເອົາໄວ້ ແລະ ໄດ້ໂພດລົງໃນສື່ສັງຄົມອອນລາຍ. ເມື່ອຜູ້ຄົນທັງຫຼາຍເຫັນກະທຳດັ່ງກ່າວຂອງ John ໃນສື່ສັງຄົມອອນລາຍ ກໍມີຫຼາຍຄົນໄດ້ໃຫ້ການແຜ່ປັດໄຈໄປຊ່ວຍເຫຼືອຍິງຄົນດັ່ງກ່າວເຖິງ 80.000 ໂດລາສະຫະລັດ ເພື່ອໃຫ້ເຂົ້າເດີນທາງໄປປິ່ນຜົວຢູ່ທີ່ປະເທດອິນເດຍ.

ສະຖານະພາບຮ່າງກາຍຂອງຍິງຄົນນັ້ນຄ່ອຍໆດີຂຶ້ນ, ການຫັນໃຈກໍລຸໂລ່ງດີ, ສາຍຕາກໍໄດ້ຮັບການຟື້ນຟູດີຂຶ້ນຕາມລຳດັບ.

ພ້ອມດຽວກັນນັ້ນ ເດັກພະເນຈອນຄົນຄົນນີ້ກໍໄດ້ຮັບການຊ່ວຍເຫຼືອຈາກສັງຄົມຢ່າງລົ້ນຫຼາມ. ມີຍິງຄົນໜຶ່ງຊື່ Nissy Wambugu ໄດ້ຮັບເອົາ ຈອນໄປລ້ຽງ ແລະ ສົ່ງເຂົາເຂົ້າໂຮງຮຽນ. ໃນທີ່ສຸດເດັກພະເນຈອນຄົນນີ້ກໍໄດ້ມີຄອບຄົວທີ່ອົບອຸ່ນ.

ແຫລ່ງຂໍ້ມູນຈາກ ວາລະສານຕ່າງປະເທດ

ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - 5 - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ
ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - 4 - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ
ເດັກພະເນຈອນ ກັບນໍ້າໃຈສູງສົ່ງ - 3 - ເດັກພະເນຈອນ ກັບນໍ້າໃຈສູງສົ່ງ