ປະຫວັດຄວາມເປັນມາຂອງ ຟລອຍ ເມເວີເທີ ຈູເນຍ ແລະ ຄໍເນີ ແມັກເກຣເກີ

https://www.youtube.com/watch?v=sjYrXQwBI8E
+ ປະຫວັດສ່ວນໂຕຂອງ ຟລອຍ
ຟລອຍ ເມເວີເທີ ຈູເນຍ ເກີດທີ່ເມືອງແກຣນ ຣາປີດ ລັດມິຊິແກນ ໃນວັນທີ 24 ກຸມພາ 1977 ໃນຄອບຄົວນັກມວຍ ໂດຍມີພໍ່ເປັນຍອດມວຍ ຟລອຍເມເວີເທີ ຊີເນຍ ຜູ້ທີ່ເຄີຍຂຶ້ນຊົກກັບນັກມວຍລະດັບຕຳນານຢ່າງ ຊູກາ ເຣເລໂອນາດ ແລະ ມີລຸງ(ເຈຟ ເມເວີເທີ ແລະ ໂຣເຈີ ເມເວີເທີ) ເປັນນັກມວຍອາຊີບ.
+ ເສັ້ນທາງການຊົກມວຍອາຊີບ.
ຟລອຍ ເມເວີເທີ ຂຶ້ນຊົກມວຍສາກົນອາຊີບເປັນຄັ້ງທຳອິດໃນຸຮ່ນ ຊຸບເປີ ເຟເທີເວດ ໃນວັນທີ 11 ຕຸລາ 1996 ພົບກັບນັກຊົກໜ້າໃໝ່ຢ່າງ ໂຣເບີໂຕ ອະໂພດາກ້າ ເຊິ່ງກໍເປັນທາງດ້ານຂອງ ຟລອຍ ທີ່ເອົາຊະນະນ໊ອກໄປໄດ້ໃນຍົກ 2 ພຽງເທົ່ານັ້ນ ເຊິ່ງໃນຂະນະນັ້ນລາວມີ ໂຣເຈີ ຫຼື ລຸງຂອງລາວເປັນຄູ່ເຝິກຄົນທຳອິດ.
-ໃນປີ 1998 ຟລອຍ ຂຶ້ນຊີງແຊ໊ມໂລກຮຸ່ນ ຊຸບເປີ ເຟເທີເວດ ຊະນະນ໊ອກ ເຈນາໂຣ ເຮີນານເດດ ໃນຍົກທີ 8.
– ຄັ້ງຊີງແຊ໊ມໂລກ IBF ຟລອຍ ເອົາຊະນະຄະແນນ ດິເອໂກ ຄໍຣາເຣສ.
– ໃນການຊົກຄັ້ງລ້າງຕາໃນວັນທີ 7 ທັນວາ 2002 ຟລອຍ ເອົາຊະນະ ຄະແນນ ກາສຕິໂຢ.
– ຄັ້ງຊີງແຊ໊ມໃນຮຸ່ນ ໄລ ເວລເຕີເວດຟລອຍ ເອົາຊະນະນ໊ອກ ອາຕູໂຣ ກັດຕິ.
– ໃນວັນທີ 08 ເມສາ 2006 ຊີງແຊ໊ມ IBF ຮຸ່ນ ເວລເຕີເວດ ຟລອຍ ຊະນະຄະແນນ ແຊັບ ຢູດາ.
– ໃນຄັ້ງແຊ໊ມຊີງແຊ໊ມໂລກ WBC ໃນຮຸ່ນເວລເຕີເວດ ຟລອຍ ຊະນະຄະແນນ ຄາລອສ ບັລໂດເມຍ.
-ໃນວັນທີ 05 ພຶດສະພາ 2007ຟລອຍ ເອົາຊະນະຄະແນນ ອອສກາ ເດລາ ໂຮຍ່າ.
-ໃນວັນທີ 8 ທັນວາ 2008 ຟລອຍ ເອົາຊະນະຄະນ໊ອກ ແຮັດຕັນ ໃນຍົກທີ 10.
– ໃນວັນທີ 19 ກັຍາ 2009 ຟລອຍ ເອົາຊະນະຄະແນນ ຮວນ ມານູເອລ ມາເກວ.
-ໃນວັນທີ 01 ພຶດສະພາ 2010 ເອົາຊະນະຄະແນນ ເຊນ ມອສລີ.
-ໃນັວນທີ 07 ມິຖຸນາ 2011 ຊີງແຊ໊ມໂລກ WBC ຮຸ່ວ ເວລເຕີເວດ ເອົາຊະນະນ໊ອກວິກເຕີ ອໍດິດ ໃນຍົກທີ 4.
-ໃນວັນທີ 05 ພຶດສະພາ 2012 ຟລອຍ ເອົາຊະນະ ມິເກລ ຄ໊ອດອໂຕ.
-ໃນວັນທີ 04 ພຶດສະພາ 2013 ປ້ອງກັນແຊ໊ມ WBC ຟລອຍ ເອົາຊະນະຄະແນນ ໂຣເບິດ ເຈີເຣໂຣ.
-ໃນວັນທີ 14 ກັນຍາ 2013 ປ້ອງກັນແຊ໊ມ WBC ຊຸບເປີ ເວລເຕີເວດຟລອຍ ເອົາຊະນະຄະແນນ ຊາອູ ອັລບາເຣດ.
-ໃນວັນທີ 03 ພຶດສະພາ 2014 ປ້ອງກັນແຊ໊ມ WBC ຊຸບເປີ ເວລເຕີ ຟລອຍ ເອົາຊະນະຄະແນນ ມາກອສ ໄມດານາ.
-ໃນວັນທີ 02ພຶດສະພາ 2015 ຟລອຍ ເອົາຊະນະຄະແນນ ແມນນີ ປາກຽວ.
+ ປະຫວັດສ່ວນໂຕຂອງ ແມັກເກຣເກີ
ແມັກເກຣເກີ ເກີດເມື່ອວັນທີ 14 ກໍລະກົດ 1988 ທີເມືອງ Dublin ປະເທດໄອແລນ ເລີ່ມເຝິກ ຄິກບ໊ອກຕັນ ແລະ ມວຍສາກົນ ຕອນອາຍຸ 12 ປີ ເຊິ່ງເຮັດໄດ້ດີໄດ້ແຊ້ມ ALL-Lreland boxing champion ໃນຮຸ່ນເຍົາວະຊົນ ຕໍ່ມາໄດ້ຍ້າຍໄປຢູ່ທີ່ເມືອງ Lucan ແລະ ເຊິ່ງຕໍ່ມາກໍເປັນນັກສູ້ UFC ແລະ ໄດ້ເຝິກຊ້ອມ MMA ນຳອີກ ແລະ ແມັກເກຣເກີ ກໍໄດ້ລົງແຂ່ງ MMA ສະໝັກຫຼິ້ນຄັ້ງທຳອິດໃນລາຍການ Ring of truth ໂດຍເອົາຊະນະນ໊ອກ Kiean Campbell ຄູ່ຕໍ່ສູ້ໄດ້ໃນຍົກທຳອິດ.
+ ເສັ້ນທາງອາຊີບນັກສູ້ MMA ຂອງ ແມັກເກຣເກີ.
-ໃນວັນທີ 09ມີນາ 2008 ແມັກເກຣເກີ Gary Morris ໃນຍົກທີ 2.
+ ເສັ້ນທາງອາຊີບນັກສູ້ UFC ຂອງແມັກເກຣເກີ.
-ເສິກຄັ້ງແລກຂອງ ແມັກເກຣເກີ ໃນ UFC ເອົາຊະນະນ໊ອກ Marcus Brimage ໃນຍົກທຳອິດ ຕໍ່ມາເອົາຊະນະຄະແນນ Max Holloway.
– ໃນປີ 2014 ແມັກເກຣເກີ ເອົາຊະນະທັງ Diego Brandao, Dustin Poirier, Dennis siver ຄວ້າແຊ໊ມ ຮຸ່ນ ເຟເທີເວດ.
ຫຼັງຈາກສາມາດກ້າວສູ່ຈຸດສູງສຸດແລ້ວ ແມັກເກຣເກີ ຕ້ອງການທີ່ຈະສ້າງປະຫວັດສາດໃຫ້ກັບໂຕເອງອີກຄັ້ງ ໂດຍການຂຶ້ນໄປຊີງແຊ໊ມໃນຮຸ່ນ ໄລເວດ ເພື່ອເປັນເຈົ້າຂອງສາຍແອລແຊ໊ມ UFC 2 ຮຸ່ນໃນເວລາດຽວກັນເປັນຄົນທຳອິດ ເຊິ່ງຂະນະນັ້ນ ຣາຟາເອລ ດອສ ອັນໂຈ ເປັນເຈົ້າຂອງແຊ໊ມ ແລະ ມີການຕົກລົງກັນວ່າຈະແຂ່ງຂັນໃນລາຍການ UFC 195 ວັນທີ 05 ມີນາ 2016 ແຕ່ທາງ ຣາຟາເອລ ດອສ ອັນໂຈ ກໍຕ້ອງຖອນໂຕໄປ ເພາະບາດເຈັບ.
ຫຼັງຈາກນັ້ນ ແມັກເກຣເກີ ກໍກັບມາສູ່ເສັ້ນທາງຄວ້າສາຍແອລເສັ້ນທີ 2 ອີກຄັ້ງໜຶ່ງ ແຕ່ຄາວນີ້ຜູ້ຖືສາຍແອລຮຸ່ນໄລເວດນັ້ນໄດ້ປ່ຽນມືຈາກ ຣາຟາເອລ ດອສ ອັນໂຈ ໄປສູ່ Eddie Alvarez ແລະ ກໍໄດ້ເຮັດການຕົກລົງປ້ອງກັນຕຳແໜ່ງຄັ້ງທຳອິດຂອງ Eddie Alvarez ແລະ ກໍເປັນ ແມັກເກຣເກີ ທີ່ເອົາຊະນະນ໊ອກໃນຍົກທີ 2 ຄວ້າແຊ໊ມ 2 ຮຸ່ນມາໄດ້ເປັນຄົນທຳອິດ.
https://www.youtube.com/watch?v=4mhrWnEJZEU