ປີ 2021 ກຳປູເຈຍຈະບໍ່ຂຶ້ນເງິນເດືອນລັດຖະກອນ-ທະຫານ ເພາະເສດຖະກິດຫລຸດລົງຈາກໂຄວິດ-19


ວັນທີ 7 ຕຸລານີ້, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ລະບຸວ່າ: ຈະບໍ່ມີການຂຶ້ນຄ່າແຮງສຳລັບລັດຖະກອນ ແລະ ເຈົ້າໜ້າທີ່ກອງທັບ ໃນປີ 2021 ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ເຖິງຢ່າງໃດກໍດີ, ທ່ານ ຮຸນເຊນ ລະບຸວ່າ: ຄົນກຸ່ມນີ້ຈະຍັງໄດ້ຮັບເບ້ຍລ້ຽງໃນມື້ປີໃໝ່ຂອງກຳປູເຈຍ ແລະ ເທດສະການພະຈຸມເບັນ (Pchum Ben) ຫລື ວັນບັນພະບູລຸດ. ພ້ອມກ່າວວ່າ: ເນື່ອງຈາກການລະບາດຂອງໂຄວິດ-19 ຄາດວ່າເສດຖະກິດຂອງກຳປູເຈຍຈະຫລຸດລົງ 1,9% ໃນປີນີ້ ກ່ອນຟື້ນຕົວກັບມາເຕີບໃຫຍ່ 3,5% ໃນປີ 2021 ເນື່ອງຈາກການຟື້ນຕົວແບບຄ່ອຍເປັນຄ່ອຍໄປຂອງເສດຖະກິດໂລກ ແລະ ອຸປະສົງພາຍນອກປະເທດ.
ທັງນີ້, ໃນວັນທີ 7 ຕຸລາ, ກະຊວງສາທາລະນະສຸກຂອງກຳປູເຈຍ ລະບຸວ່າ: ຜູ້ຕິດເຊື້ອໂຄວິດ-19 ສະສົມໃນປະເທດມີ 280 ຄົນ ແລະ ບໍ່ມີຜູ້ເສຍຊີວິດ, ສ່ວນຜູ້ຫາຍດີມີ 276 ຄົນ.