ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - LPN 40 - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ
ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - kitchen vibe - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ

ໃນວັນທີ 16 ຕຸລານີ້, ແຂວງວຽງຈັນ ໄດ້ຈັດພິທີຈູດທຳລາຍສິ່ງເສບຕິດປະເພດຢາບ້າຈຳນວນ 127.859 ເມັດ ແລະ ຢາໄອສ໌ 72 ກຣາມ ທີ່ຢຶດມາໄດ້ ແລະ ສານປະຊາຊົນແຂວງວຽງຈັນ ໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ, ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ ແລະ ທ່ານ ພົນຈັດຕະວາ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ.

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - 746 300x200 - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - Visit Laos Visit SALANA BOUTIQUE HOTEL - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ

ໃນພິທີ, ທ່ານພັນໂທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ ໃຫ້ຮູ້ວ່າ: ຄະດີທີ່ຄ້າງດໍາເນີນແຕ່ປີ 2019 ແລະ ຄະດີທີ່ເກີດຂຶ້ນໃນປີ 2020 ມີທັງໝົດ 400 ເລື່ອງ, ມີຜູ້ຖືກຫາທັງໝົດ 519 ຄົນ, ຍິງ 74 ຄົນ ແລະ ສາມາດຢຶດຂອງກາງໄດ້ທັງໝົດຄື: ຢາບ້າ 1.083.554 ເມັດ, ຢາໄອສ໌ 275 ກວ່າກິໂລກຣາມ, ຢາເຄ 302 ກວ່າກິໂລກຣາມ, ເຮໂຣອິນ 1 ຄູ່, ກັນຊາອັດແທ່ງ 14 ແທ່ງ, ໂທລະສັບ 420 ເຄື່ອງ, ລົດຈັກ 108 ຄັນ, ລົດໃຫຍ່ 13 ຄັນ, ປືນສັ້ນ 6 ກະບອກ, ປືນສັ້ນ AK 1 ກະບອກ, ລູກປືນສັ້ນ ຈຳນວນ 90 ລູກ, ລູກປືນແວ່ງ ຈໍານວນ 20 ລູກ, ລູກປືນ AK ຈຳນວນ 32 ລູກ, ໝາກແຕກຂຽບ 1 ໜ່ວຍ, ໝາກຝ່າ 2 ໜ່ວຍ,ເງິນກີບ 184 ລ້ານກວ່າກີບ, ເງິນບາດ 23.000 ກວ່າບາດ, ເງິນໂດລາ 1.000 ກວ່າໂດລາ, ເງິນຢວນ 2.100 ຢວນ.

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - 59 300x200 - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ

ຄະດີສົ່ງໃຫ້ອົງການໄອຍະການປະຊາຊົນມີທັງໝົດ 222 ເລື່ອງ, ມີຜູ້ຖືກຫາ 255 ຄົນ, ຍິງ 42 ຄົນ ພ້ອມດ້ວຍຂອງກາງ, ຄະດີທີ່ພວມດໍາເນີນການສຶບສວນ-ສອບສວນມີທັງໝົດ 178 ເລື່ອງ, ມີຜູ້ຖືກຫາ 264 ຄົນ, ຍິງ 32 ຄົນພ້ອມດ້ວຍຂອງກາງ. ສ່ວນຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດນັບແຕ່ປີ 2019-2020 ລວມມີທັງໝົດຢາບ້າ 127.859 ເມັດ, ຢາໄອສ໌ 72 ກຣາມ ແລະ ໄດ້ນຳມາຈູດທຳລາຍຖິ້ມແລ້ວ, ສ່ວນທີ່ຍັງເຫຼືອແມ່ນພວມດຳເນີນການສືບສ່ວນ-ສອບສ່ວນຄະດີຢູ່.

 

ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ - 3 - ແຂວງວຽງຈັນ ຈູດທຳລາຍຢາເສບຕິດຖິ້ມຫລາຍກວ່າ 127.850 ເມັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!