ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ

ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ - LPN 50 - ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ
ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ - kitchen vibe - ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ

ເກີດເຫດວຸ້ນວາຍໃນເຮືອບິນໂດຍສານສາຍການບິນ ອີຊີເຈດ ໃນເມື່ອຜູ້ໂດຍສານຍິງຄົນໜຶ່ງ ຊາວ ສະກ໊ອດແລນ ຫົວຮ້ອນບໍ່ຍອມໃສ່ໜ້າກາກອະນາໄມ ແຖມຍັງໄອໃສ່ຜູ້ໂດຍສານອື່ນໆ ກ່ອນສາບແຊ່ງໃຫ້ຕາຍ ຈົນເຈົ້າໜ້າທີ່ຕ້ອງຮີບເຊີນລົງຈາກເຮືອບິນທັນທີ.

ຊຶ່ງເຮືອບິນລຳດັ່ງກ່າວຈະອອກເດີນທາງຈາກກຸງ ເບັນຟຣາ ປະເທດໄອແລນເໜືອໄປຍັງກຸງ ອາດິນເບີກຂອງ ສະກັອດແລນ ໂດຍເຂົາປະຕິເສດໃສ່ໜ້າກາກອະນາໄມຂະນະຢູ່ໃນເຮືອບິນ ແລະ ສະແດງອາການບໍ່ພໍໃຈເມື່ອຖືກເຈົ້າໜ້າທີ່ເຊີນລົງຈາກເຮືອບິນ ໃນຂະນະທີ່ເຂົາໄປເກັບເອົາເຄື່ອງຂອງ ຜູ້ຍິງຄົນນັ້ນຍັງແກ້ງໄອໃສ່ຜູ້ໂດຍສານຄົນອື່ນໆ ແລະ ສາບແຊ່ງໃຫ້ທຸກຄົນຕາຍໝົດ ແລະ ຍັງບອກອີກວ່າ ເຖິງຈະບໍ່ຕິດໂຄວິດ-19 ທຸກຄົນກໍຕ້ອງຕາຍຢູ່ດີ.

ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ - Visit Laos Visit SALANA BOUTIQUE HOTEL - ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ
ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ - 5 - ຍິງຫົວຮ້ອນ ໄອໃສ່ຜູ້ໂດຍສານໃນເຮືອບິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!