ທຸກບັນຫາມີທາງອອກ ຖ້າຜ່ານ 4 ເລື່ອງນີ້ໄດ້


1.ຄວາມສູນເສຍ : ເຊື່ອວ່າທຸກຄົນເກີດມາຕ້ອງພົບກັບຄວາມສູນເສຍ ບໍ່ວ່າຈະເປັນເລື່ອງນ້ອຍ ຫລື ເລື່ອງໃຫຍ່ ລ້ວນແຕ່ສາມາດສົ່ງຜົນຕໍ່ຈິດໃຈໄດ້ຄືກັນໝົດ. ຂໍ້ດີຂອງການປ່ອຍຊີວິດໃຫ້ລອງພະເຊີນໜ້າກັບຄວາມສູນເສຍແດ່ ອາດຊ່ວຍເຮັດໃຫ້ເຮົາໄດ້ເຂົ້າໃຈເຖິງຄວາມເປັນໄປເທິງໂລກໜ່ວຍນີ້ ວ່າທຸກສິ່ງບໍ່ມີຫຍັງໝັ້ນຄົງທ່ຽງແທ້ ແມ່ນແຕ່ຄວາມຄິດ ແລະ ຄວາມຮູ້ສຶກຂອງໂຕເຮົາເອງກໍຄືກັນ.
2.ຄວາມຜິດຫວັງ : ເຮົາທຸກຄົນລ້ວນແຕ່ກຳລັງສ້າງຄວາມຫວັງໃຫ້ກັບຕົນເອງ ແລະ ເຊື່ອໄດ້ເລີຍວ່າບໍ່ມີໃຜສາມາດປະຕິເສດຄວາມຄາດຫວັງທີ່ຕົນເອງຕ້ອງການໄດ້ ເຊິ່ງມັນກໍຂຶ້ນຢູ່ກັບວ່າຄວາມຄາດຫວັງທີ່ໄດ້ຕັ້ງເອົາໄວ້ ມັນຢູ່ໃນລະດັບໃດ ຫລາຍເກີນໄປ ຫລື ໜ້ອຍເກີນໄປ ເພາະຫາກສ້າງຄວາມຄາດຫວັງເອົາໄວ້ຫລາຍ ບາດແຜຈາກຄວາມຜິດຫວັງກໍຍ່ອມບາດເລິກລົງໄປໃນໃຈຫລາຍຂຶ້ນເທົ່ານັ້ນ.
3.ອາການອົກຫັກ : ເຖິງຈະບໍ່ສົ່ງຜົນຫຍັງຕໍ່ຮ່າງກາຍຢ່າງຮຸນແຮງຫລາຍປານໃດ ມັນກໍປະຕິເສດບໍ່ໄດ້ເລີຍວ່າ ບາດແຜໃນໃຈນັ້ນແຜ່ຂະຫຍາຍຄວາມກ້ວາງອອກຢ່າງບໍ່ມີທາງຈະຄວບຄຸມຄວາມເຈັບປວດເຫລົ່ານັ້ນໄດ້ເລີຍ ແລະ ໃນອີກດ້ານໜຶ່ງຂອງອາການອົກຫັກ ກໍຖືເປັນຄູທີ່ສາມາດຊ່ວຍສອນບົດຮຽນແຫ່ງຄວາມຮັກໄດ້ເປັນຢ່າງດີ ເພາະສຸດທ້າຍແລ້ວມັນຈະເຮັດໃຫ້ໂຕເຮົາເຂົ້າໃຈໄດ້ເອງວ່າ ຄົນທີ່ຊື່ສັດຕໍ່ເຮົາ ແລະ ຮັກໂຕເຮົາໄດ້ຫລາຍທີ່ສຸດ ມັນກໍຄົງເປັນໂຕຂອງເຮົາເອງ.
4. ການຖືກທໍລະຍົດຫັກຫລັງ : ສິ່ງທີ່ເຮັດໃຫ້ເຈັບປວດໄດ້ຫລາຍຍິ່ງກ່ວາອາການອົກຫັກ ກໍແມ່ນການຖືກທໍລະຍົດຫັກຫລັງ ໂດຍສະເພາະຈາກຄົນທີ່ໄວ້ໃຈ ເຊິ່ງບໍ່ຄິດວ່າຈະທຳຮ້າຍກັນໄດ້ລົງຄໍ ຈົນມັນອາດເຮັດໃຫ້ເຮົາບໍ່ກ້າທີ່ຈະໄວ້ວາງໃຈໃຜໄດ້ງ່າຍໆ ແລະ ບາງເທື່ອກໍອາດເຮັດໃຫ້ຄົນໃຈດີບາງຄົນປ່ຽນໄປຈົນກາຍເປັນຄົນໃຈຮ້າຍຂຶ້ນມາກໍມີ ເພາະຄວາມຈຳເປັນໃນການທີ່ຈະຕ້ອງປົກປ້ອງຕົນເອງຈາກຄວາມເຈັບປວດ ແລະ ການຖືກແທງຂ້າງຫລັງອີກຊຳ້ສອງ.