ຟີລິບປິນຕັ້ງໜ່ວຍງານພິຈາລະນາໂຮງໄຟຟ້າພະລັງງານນິວເຄຼຍ ຫລັງໄຟຟ້າໃນປະເທດບໍ່ພຽງພໍ
ທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟີລິບປິນ ສັ່ງຕັ້ງໜ່ວຍງານລະຫວ່າງກະຊວງ ເພື່ອສຶກສາ ແລະ ຮວບຮວມຄວາມເຫັນເຖິງການຜະລິດໄຟຟ້າດ້ວຍພະລັງງານນິວເຄຼຍ ໂດຍຈະຕ້ອງອອກລາຍງານສະບັບທຳອິດໃນເດືອນມັງກອນປີໜ້າ ຫລັງມີຂໍ້ສະເໜີຈາກລັດຖະມົນຕີພະລັງງານຂອງຟີລິບປິນທີ່ເຫັນວ່າ: ພະລັງງານໄຟຟ້າຈາກນິວເຄຼຍອາດຊ່ວຍແກ້ໄຂບັນຫາໄຟຟ້າໃນປະເທດທີ່ບໍ່ພຽງພໍໄດ້.
ທ່ານ ອັລຟອນໂຊ ຄູຊີ ລັດຖະມົນຕີພະລັງງານຟີລິບປິນ ເຊິ່ງເປັນຜູ້ສະເໜີໃຫ້ຟີລິບປິນພິຈາລະນາການຜະລິດໄຟຟ້າຈາກພະລັງງານນິວເຄຼຍມາແຕ່ຕົ້ນປີຜ່ານມາຢືນຢັນວ່າ: ຍັງມີເວລາທີ່ປະຊາຊົນຈະຖຽງກັນເຖິງຄວາມເໝາະສົມໃນການໃຊ້ພະລັງງານຊະນິດນີ້. ຂະນະດຽວກັນ ຖ້າລັດຖະບານອະນຸມັດການໃຊ້ພະລັງງານນິວເຄຼຍແທ້ ທາງການຈະຕ້ອງດຳເນີນການສຶກສາ ແລະ ຂໍຄຳປຶກສາຈາກຜູ້ຊ່ຽວຊານຢ່າງຮອບດ້ານອີກ.
ໃນຄວາມເປັນຈິງແລ້ວ ລັດຖະບານຟີລິບປິນເຄີຍສ້າງໂຮງໄຟຟ້າພະລັງງານນິວເຄຼຍ ໂດຍສ້າງສຳເລັດມາແຕ່ປີ 1985 ຕັ້ງຢູ່ແຂວງບາຕາອັນ ທາງຕາເວັນຕົກຂອງນະຄອນຫລວງມະນິລາ ເມືອງຫລວງຂອງປະເທດ ໂດຍໃນຕອນນັ້ນລັດຖະບານຂອງອະດີດປະທານາທິບໍດີ ເຟີດິມານ ມາກອດ ໄດ້ຮັບການສະໜັບສະໜູນໃນການກໍ່ສ້າງໂຮງໄຟຟ້ານິວເຄຼຍແຫ່ງນີ້ຈາກລັດຖະບານອາເມລິກາ.
ເຖິງຢ່າງໃດກໍຕາມ, ເມື່ອສ້າງສຳເລັດເກີດການລຸກຮື້ໂຄ່ນລົ້ມລັດຖະບານມາກອດຂອງຊາວຟີລິບປິນໃນປີຕໍ່ມາ ບວກກັບເກີດເຫດຫາຍະນະນິວເຄຼຍຢູ່ໂຮງໄຟຟ້າເຊີໂນບິລ ເຮັດໃຫ້ແຜນການຜະລິດໄຟຟ້າຈາກພະລັງງານນິວເຄຼຍຈາກໂຮງໄຟຟ້າແຫ່ງນີ້ຕ້ອງຍົກເລີກ ເຊິ່ງຕຶກອາຄານ ແລະ ລະບົບຕ່າງໆຍັງມີຢູ່ ແຕ່ລ້າສະໄໝໄປຕາມການເວລາ ໂດຍປັດຈຸບັນມີຜູ້ເບິ່ງແຍງເປີດໃຫ້ຜູ້ສົນໃຈເຂົ້າໄປຊົມພາຍໃນອາຄານໄດ້.
ຂໍ້ມູນລະບຸວ່າ: ບໍລິສັດເວສຕິ້ງເຮົາ ບໍລິສັດສັນຊາດອາເມລິກາທີ່ເຂົ້າໄປສ້າງເຕົາປະຕິກອນໃຫ້ໂຮງໄຟຟ້າບາຕາອັນລົ້ມລະລາຍໄປແລ້ວເມື່ອ 3 ປີກ່ອນ. ເຖິງຢ່າງໃດກໍຕາມ, ຫລັກການຂອງໂຮງໄຟຟ້ານິວເຄຼຍແຫ່ງນີ້ຍັງເປັນລະບົບທີ່ມີການໃຊ້ງານໃນໂຮງໄຟຟ້ານິວເຄຼຍຫລາຍແຫ່ງໃນຍີ່ປຸ່ນ.
ເຖິງວ່າບໍ່ເຄີຍຜ່ານການໃຊ້ງານ, ແຕ່ອາດເອີ້ນໄດ້ວ່າ ໂຮງໄຟຟ້ານິວເຄຼຍບາຕາອັນເປັນໂຮງໄຟຟ້ານິວເຄຼຍແຫ່ງດຽວໃນພາກພື້ນອາຊຽນ ໂດຍມີກຳລັງຜະລິດໄຟຟ້າທຽບເທົ່າກັບໂຮງໄຟຟ້ານິວເຄຼຍຂະໜາດນ້ອຍ ເຊິ່ງນັບແຕ່ປີຜ່ານມາ ລັດຖະບານຟີລິບປິນເດີນໜ້າປຶກສາຜູ້ຊ່ຽວຊານຈາກ ສ.ເກົາຫລີ ແລະ ຣັດເຊຍ ເຖິງຄວາມເປັນໄປໄດ້ຂອງການຜະລິດໄຟຟ້າດ້ວຍພະລັງງານນິວເຄຼຍໃນປະເທດ. ຂະນະດຽວກັນ ລັດຖະບານຟີລິບປິນຍັງເຄີຍສົ່ງລາຍງານດ້ານນະໂຍບາຍນິວເຄຼຍໄປອົງການພະລັງງານປະລະມານູສາກົນ (IAEA) ໂດຍເວົ້າເຖິງແຜນດຳເນີນງານຕາມກົດໝາຍ, ການສ້າງຄວາມເຂົ້າໃຈຕໍ່ປະຊາຊົນ ໄປຈົນເຖິງແຜນຟື້ນຟູສາທາລະນູປະໂພກທີ່ກ່ຽວຂ້ອງ ເຊິ່ງອາດຈະໝາຍເຖິງໂຮງໄຟຟ້ານິວເຄຼຍບາຕາອັນທີ່ມີຢູ່ແລ້ວ.
ຜ່ານມາລັດຖະບານຟີລິບປິນພະຍາຍາມແກ້ໄຂບັນຫາໄຟຟ້າບໍ່ພຽງພໍໃນປະເທດ ໂດຍເລີ່ມເປີດໃຫ້ເອກະຊົນເຂົ້າໄປລົງທຶນດ້ານການຜະລິດໄຟຟ້າ ແຕ່ຕ້ອງປະສົບບັນຫາ ເນື່ອງຈາກການລົງທຶນຜະລິດໄຟຟ້າໃຊ້ເງິນລົງທຶນສູງ ເຮັດໃຫ້ເອກະຊົນບໍ່ສົນໃຈເທົ່າທີ່ຄວນ. ຂະນະທີ່ແນວທາງການຜະລິດໄຟຟ້າພະລັງງານນິວເຄຼຍຍັງຖືກບາງກຸ່ມຄັດຄ້ານເຊັ່ນ: ສະມາຊິກວຸດທິສະພາຣິຊາ ຮອນຕິເວຣອສ ເບິ່ງວ່າພະລັງງານນິວເຄຼຍບໍ່ແມ່ນເຕັກໂນໂລຊີແຫ່ງອະນາຄົດ ແຕ່ເປັນເຕັກໂນໂລຊີໃນອະດີດ. ພ້ອມເນັ້ນວ່າ: ຟີລິບປິນມີຊັບພະຍາກອນໃນປະເທດພຽງພໍຈະນຳມາໃຊ້ຜະລິດພະລັງງານ ແລະ ລັດຖະບານຄວນໃຫ້ຄວາມສຳຄັນຕໍ່ການໃຊ້ພະລັງງານທົດແທນຫລາຍກວ່າ.