ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ

- kitchen vibe - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ

ປັດຈຸບັນ, ຢູ່ຕາມຕະຫລາດ, ຫ້າງຮ້ານ ແລະ ເຂດຊຸມຊົນບາງແຫ່ງໃນນະຄອນ- 17410247 397710680597793 1729238254 n 300x282 - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນຫລວງວຽງຈັນໄດ້ເລີ່ມປະກົດມີຄົນຂໍທານຫລາຍຂຶ້ນ, ຊຶ່ງສ່ວນຫລາຍແມ່ນຄົນທີ່ມີຮ່າງກາຍປົກກະຕິ ແລະ ຍັງສາມາດເຮັດວຽກໄດ້ເຄື່ອນໄຫວຂໍທານນຳຜູ້ທີ່ຜ່ານໄປມາດ້ວຍຮູບການຕ່າງໆ, ຊຶ່ງນອກຈາກຈະສ້າງພາບພົດບໍ່ງາມຕາໃຫ້ແກ່ຕົວເມືອງນະຄອນຫລວງແລ້ວ, ທີ່ຮ້າຍແຮງໄປກວ່ານັ້ນໄດ້ມີຂໍທານທີ່ເປັນຜູ້ຊາຍທີ່ມີຮ່າງກາຍປົກກະຕິ ແລະ ແຂງແຮງດີເລາະຂໍທານ ແລະ ສະເພາະເຈາະຈົ່ງຂໍທານນຳແຕ່ຜູ້ຍິງ, ພ້ອມທັງເວົ້າຈາລັກສະນະເຮັດໃຫ້ຜູ້ຖືກຂໍທານຢ້ານກົວ ແລະ ຈຳເປັນຕ້ອງໃຫ້ເງິນ, ຊາວຄ້າຂາຍທີ່ເປັນຜູ້ຍິ່ງຫລຍຄົນຢູ່ຕະຫລາດເຊົ້າ ເລົ່າວ່າ: ຄົນຂໍທານຢູ່ເຂດຕະຫລາດເຊົ້າໃນປັດຈຸບັນ, ນອກຈາກຈະມີຈຳນວນເພີ່ມຂື້ນແລ້ວ, ຍັງເປັນຕາຢ້ານເພາະປັດຈຸບັນໄດ້ມີຂໍທານທີ່ເປັນຜູ້ຊາຍທີ່ມີຮ່າງກາຍປົກກະຕິມາເລາະຂໍທານ ແລະ ບາງຄັ້ງຖ້າຫາກບໍ່ໃຫ້ເງິນກໍບໍ່ຍອມໜີ,ແຖມຍັງຈ່ອງເບິ່ງໜ້າຈົນເປັນຕາຢ້ານ, ຈຳເປັນຕ້ອງໃຫ້ເງິນເພື່ອເປັນການໄລ່ໜີ, ເຖິງຢ່າງໃດກໍຕາມ, ຜ່ານມາພາກສ່ວນກ່ຽວຂ້ອງກໍຄືພະແນກແຮງງານ ແລະ ສະຫວັດດີການສັງຄົມຂອງນະຄອນຫລວງວຽງຈັນກໍຍອມຮັບວ່າການລົງກວດກາແຕ່ລະຄັ້ງແມ່ນໄດ້ພົບເຫັນຄົນຂໍທານເປັນຈຳນວນຫລາຍ ແລະ ຄົນຂໍທານສ່ວນຫລາຍແມ່ນມາຈາກຕ່າງແຂວງ ແລະ ຍັງເຮັດວຽກໄດ້ແຕ່ຍ້ອນຄວາມຂີ້ຄານມັກງ່າຍ ແລະ ອີກຈຳນວນໜຶ່ງແມ່ນໃຊ້ເວລາຫວ່າງຈາກການເຮັດໄຮ່ເຮັດນາແລ້ວມາຂໍທານກິນ, ສ່ວນກຸ່ມຄົນທຸກຈົນ ຫລື ເສຍອົງຄະແມ່ນມີໜ້ອຍ ແລະ ກໍໄດ້ນຳສົ່ງເຂົາເຈົ້າຄືນຖິ່ນຖານ ຫລື ສູນສັງຄົມສົງເຄາະເພື່ອສຶກສາອົບຮົບ ແລະ ຈັດຫາວຽກເຮັດງານທຳໃຫ້ເຂົາເຈົ້າ, ສ່ວນຜູ້ເຖົ້າ, ຄົນພິການ ແລະ ເດັກນ້ອຍທີ່ຊ່ວຍເຫລືອຕົນເອງບໍ່ໄດ້ ແລະ ບໍ່ມີຍາດພີ່ນ້ອງແມ່ນມອບໃຫ້ທາງສູນສັງຄົມສົ່ງເຄາະເປັນຜູ້ດູແລເບິ່ງແຍງໃຫ້ທີ່ພັກພາອາໄສ, ເຖິງປານນັ້ນສະພາບດັ່ງກ່າວຍັງ ເຮັດໃຫ້ສັງຄົມມີຄວາມເປັນຫ່ວງ ແລະ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂເພື່ອຄວາມເປັນລະບຽບຮຽບຮ້ອຍຂອງນະຄອນຫລວງ.

- 3 - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ
- 5 - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ
- 4 - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ
- Visit Laos Visit SALANA BOUTIQUE HOTEL - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ
- Visit Laos Visit SALANA BOUTIQUE HOTEL - ສັງຄົມເລີ່ມເປັນຫວ່ງສະພາບຄົນຂໍທານໃນນະຄອນຫລວງວຽງຈັນ