ປູຕີນ ຕຽມລາອອກຈາກປະທານາທິບໍດີ ຕົ້ນປີໜ້າ


ເມື່ອວັນທີ 6 ພະຈິກ ເວບໄຊເດລີເມລ ແລະ ເດິຊັນ ລາຍງານອ້າງແຫຼ່ງຂ່າວ ວົງໃນໃກ້ຊິດ ປະທານາທິບໍດີວະລາດີເມຍປູຕິນ ຂອງລັດເຊຍກຳລັງຕຽມຕົວ ຈະລາອອກຕຳແໜ່ງປະທານາທິບໍດີໃນຕົ້ນປີໜ້າ 2021 ເນື່ອງຈາກຂະນະນີ້ມີຄວາມກັງວົນ ດ້ານສຸຂະພາບຫຼາຍຂຶ້ນ ຊຶ່ງປີນີ້ອາຍຸ 68 ປີ ມີຄວາມເປັນໄປໄດ້ທີ່ຈະມີອາການເຈັບເປັນ ດ້ວຍໂລກສະລາຫຼາຍຂຶ້ນ
ແຫຼ່ງຂ່າວວົງໃນເປີດເຜີຍວ່າ ອາລີນາ ຄາບາເອວາ ອະດີດນັກກີລາອຸປະກອນ(ຢີມນາສຕິກ) ພັນລະຍາຂອງປະທານາທິບໍດີ ອາຍຸ 37 ປີ ໄດ້ຮຽກຮ້ອງໃຫ້ປູຕີນ ວາງມືຈາກການເຮັດວຽກໜັກ ເພື່ອລາອອກຈາກຕຳແໜ່ງປະທານາທິບໍດີ ເພື່ອຈະໄດ້ມີເວລາເບິ່ງແຍງດູແລສຸຂະພາບ ຂອງຕົນ.
ເດິະຊັນ ເປີດເຜີຍວ່າມີຄົນຫຼາຍຄົນ ໄດ້ເບິ່ງຄິບວີດີໂອບັນທຶກພາບປະທານາທິບໍດີ ປູຕິນ ເມື່ອຫວ່າງບໍ່ດົນມານີ້ ສັງເກດເຫັນວ່າຂາຂອງປູຕິນ ເບິ່ງຄືວ່າຈະມີການເຄື່ອນໄຫວຢູ່ຕະຫຼອດເວລາ ແລະ ເບິ່ງຄືວ່າມີອາການເຈັບປວດ ນອກຈາກນັ້ນ ນິ້ວມືຂອງປູຕິນກໍສັ່ນໆ ເຊັນໆ ໃນເມື່ອຈັບປາກກາ
ມີການຄາດການກັນວ່າ ການດຳລົງຕຳແໜ່ງຜູ້ນຳລັດເຊຍຂອງປູຕິນທີ່ດົນນານເຖິງ 20 ປີ ເປັນພຽງຮອງແຕ່ອະດີດປະທານາທິບໍດີ ໂຈເຊບສະຕາລິນ ນັ້ນອາດກຳລັງໃກ້ຈະຈົບລົງແລ້ວ ເນື່ອງຈາກຕົ້ນອາທິດນີ້ ການຮ່າງກົດໝາຍທີ່ຈະໃຫ້ປູຕິນດຳລົງຕຳແໜ່ງວຸດທິສະມາຊິກຕະຫຼອດຊີວິດຫຼັງຈາກອອກຈາກອຳນາດ ນັບທັງການອອກກົດໝາຍທີ່ຈະເຮັດໃຫ້ເຂົາໄດ້ຮັບເອກະສິດຄຸ້ມຄອງທາງການເມືອງ ບໍ່ຖືກດຳເນີນຄະດີຕ່າງໆຈົນເຖິງເມື່ອເສຍຊີວິດ.