ປກສ ແຂວງ ຫຼວງນ້ໍາທາ ອອກແຈ້ງການເຖິງເຈົ້າຂອງລົດທີ່ຖືກຄົນຮ້າຍລັກໃຫ້ໄປພົວພັນເອົາລົດຄືນບໍ່ກາຍ 90 ວັນ


ວັນທີ 13 ພະຈິກນີ້ິ້ ົ້ເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າ ຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ທີ່ຢູ່ພາຍໃນແຂວງ ຫຼວງນ້ໍາທາ, ແຂວງ ອຸດົມໄຊ, ແຂວງ ຜົ້ງສາລີ ແລະ ຂອບ ເຂດທົ່ວປະເທດ ທີ່ລົດຈັກຕົນເອງເສຍຫາຍໃນຊວງໄລຍະແຕ່ຕົ້ນເດືອນ ທັນວາ ປີ 2019 ຫາ ວັນທີ 17 ມິຖຸນາ ປີ 2020 ປະຈຸບັນທາງເຈົ້າຫນ້າທີ່ຕໍາຫຼວດສືບສວນ – ສອບສວນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ຫຼວງນ້ໍາທາ, ໄດ້ເກັບກູ້ຂອງກາງຄະດີຄືນມາໄດ້ ແລະ ເກັບຮັກສາໄວ້ຈໍານວນ 07 ຄັນ ໃນນີ້ມີລົດຈັກຍີ້ຫໍ້ ຮອນດ້າ( HONDA ) ເວບ 110 ໄອ ສີແດງ ດໍາ ຈໍານວນ 02 ຄັນ, ລົດຈັກຍີ່ຫໍ້ ຮອນດ້າ( HONDA ) ເວບ 100 ຈໍານວນ 04 ຄັນ ສີແດງ – ດໍາ ຈໍານວນ02 ຄັນ, ສີ ຫມາກຄໍ້ຈໍານວນ 02 ຄັນ ແລະ ລົດຈັກເວບຈີນຍີ້ຫໍ້ ຮອນກາ( HONGA ) ຈໍານວນ 01 ຄັນ ( ລົດຈໍານວນ 07 ຄັນແມ່ນບໍ່ມີປ້າຍທະບຽນ ) ປັດຈຸບັນທາງເຈົ້າໜ້າທີ່ແມ່ນໄດ້ເກັບຮັກສາໄວ້ຢູ່ພະແນກສືບສວນ – ສອບສວນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ຫຼວງນ້ໍາທາ ຫາຮູ້ວ່າລົດຈັກຕົນເອງໄດ້ເສຍຫາຍ ຫຼື ຖືກຄົນຮ້າຍລັກໄປແມ່ນໃຫ້ນໍາເອົາເອກະສານລົດຈັກມາທຽບເລກຈັກ, ເລກຖັງ ນໍາເຈົ້າໜ້າທີ່ ຕາມໂມງລັດຖະການ. ພາຍໃນກໍານົດເວລາ 90 ວັນ. ນັບແຕ່ມື້ແຈ້ງການເປັນຕົ້ນໄປ. ຖ້າກາຍແມ່ນຈະໄດ້ຢຶດເຂົ້າເປັນຂອງລັດ.
ເບີໂທຕິດຕໍ່ 030 9203268



