ຂ່ຳນັບຊົມເຊີຍວັນຊາດ 2 ທັນວາ ຄົບຮອບ 45 ປີ

- Time fo an Adventure 2020 11 16T151215 - ຂ່ຳນັບຊົມເຊີຍວັນຊາດ  2 ທັນວາ ຄົບຮອບ 45 ປີ
- kitchen vibe - ຂ່ຳນັບຊົມເຊີຍວັນຊາດ  2 ທັນວາ ຄົບຮອບ 45 ປີ
ໂດຍ: ທິດກ່ຳ. ວັນຊາດທີ 2 ທັນວາຄົບຮອບ 45 ປີ, ເປັນວັນກຳເນີດຂອງ ສປປ ລາວ ພວກເຮົາ, ຖ້າປຽບທຽບໃສ່ອາຍຸຂອງຄົນ ກໍຖືວ່າມີອາຍຸ 45 ປີເຕັມ ພວມເປັນຊາຍສະກັນຫັນຫ້າວ, ພວມໄດ້, ພວມມີ, ສ້າງພາລະກິດຄອບຄົວເຮືອນຊານກໍພວມສະເຫວີຍສຸກ, ມີຊັບສິນມັ່ງຄັ່ງສົມບູນ. ຕາມເຖົ້າແກ່ບູຮານວ່າ: ຊ່ວງອາຍຸສ່ຳນີ້ເປັນການພິສູດຖານະຂອງຄົນເຮົາຈະທຸກຈະຮັ່ງ, ຈະຊົ່ວຈະດີ ກໍແມ່ນເບິ່ງເອົາຕອນນີ້, ຖ້າຫາກກາຍກວ່ານີ້ຂຶ້ນໄປແລ້ວ ກໍຈະກ້າວສູ່ໄວທອງຊະລາ. ແນວໃດກໍຕາມ, ອີກປີໜ້າ 2021 ກໍຈະມີອາຍຸໄດ້ 46 ປີຮອດອາຍຸ 50 ປີອາດມີການສະເຫລີມສະຫລອງຢ່າງຍິ່ງໃຫຍ່ ເພາະທຸກໆສິບປີໃດເພິ່ນຈັດການສະເຫລີມສະຫລອງໃຫຍ່ຄັ້ງໜຶ່ງ ຫລື ສຸດແລ້ວແຕ່ເງື່ອນໄຂຖານະເສດຖະກິດຂອງຊາດ. ໃນທຸກໆປີ, ເມື່ອເຖິງວັນຊາດທີ 2 ທັນວາມາຮອດແລ້ວ, ປວງຊົນລາວທັງຊາດໃຜກໍມີຄວາມຊື່ນຊົມຍິນດີ, ພາກພູມໃຈ ແລະ ຄຳນັບຊົມເຊີຍເປັນຢ່າງຍິ່ງ, ຍ້ອນວ່າວັນທີ 2 ທັນວາ ເປັນສັນຍາລັກແຫ່ງໄຊຊະນະຂອງຂະບວນການຕໍ່ສູ້ເພື່ອເອກະລາດຂອງຊາດລາວເຮົາ ນັບແຕ່ມື້ເລີ່ມຕົ້ນຈົນມາຮອດມື້ໄດ້ຮັບໄຊຊະນະໃນບັ້ນສຸດທ້າຍ. ນອກນັ້ນ, ຍັງມີຄວາມໝາຍທາງດ້ານປະຫວັດສາດ ຈາກຍຸກເກົ່າກ້າວສູ່ຍຸກໃໝ່ ຄື:​ ຈາກລະບອບສັກດີນາທີ່ປົກຄອງບ້ານເມືອງມາຫລາຍຮ້ອຍປີມາເປັນລະບອບປະຊາທິປະໄຕປະຊາຊົນລາວ, ໂດຍປ່ຽນຊື່ເກົ່າຂອງປະເທດຈາກພະຣາຊະອານາຈັກລາວ ມາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ປ່ຽນທຸງກາຊ້າງສາມຫົວ ມາເປັນທຸງກາວົງເດືອນ ອັນເປັນທຸງສັນຍາລັກຂອງປະເທດເຮົາໃນປັດຈຸບັນ. ເພາະສະນັ້ນ ຈຶ່ງເວົ້າໄດ້ວ່າວັນທີ 2 ທັນວາ ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ເອກະລາດຢ່າງສົມບູນແບບ, ເປັນວັນພິກປິ້ນປະຫວັດສາດຂອງຊາດລາວຈາກລະບອບເກົ່າສູ່ລະບອບໃໝ່, ຈາກຍຸກເກົ່າສູ່ຍຸກໃໝ່ເປັນລະບອບໃໝ່ທີ່ເດີນຕາມເສັ້ນທາງ ແລະ ອຸດົມການສັງຄົມນິຍົມຄືດັ່ງທຸກວັນນີ້. ກ່ອນໜ້ານັ້ນຫລາຍຮ້ອຍປີ, ປະເທດຊາດບ້ານເມືອງຂອງພວກເຮົາໄດ້ຖືກສັດຕູຜູ້ຮຸກຮານເຂົ້າບຸກລຸກທຳລາຍບຽດຍຶດເອົາເປັນຫົວເມືອງຂຶ້ນເປັນຕົ້ນ: ເປັນຫົວເມືອງຂຶ້ນຂອງສັກດີນາສະຫຍາມເປັນເວລາ 100 ກວ່າປີ, ຕໍ່ມາກໍຖືກຝຣັ່ງເຂົ້າມາຍາດແຍ່ງບຸກລຸກຮຸກຮານເອົາເປັນຫົວເມືອງຂຶ້ນຕັດແບ່ງດິນແດນປະເທດລ້ານຊ້າງອອກເປັນສອງສ່ວນ ຄື: ຝັ່ງຊ້າຍແມ່ນ້ຳຂອງຕົກເປັນຂອງຝຣັ່ງປົກຄອງເປັນເວລາ 30 ກວ່າປີ, ສ່ວນຝັ່ງຂວາ ມອບໃຫ້ສະຫຍາມປົກຄອງເອີ້ນວ່າອີສານຈົນມາເຖິງທຸກວັນນີ້. ຍັງບໍ່ພຽງແຕ່ເທົ່ານັ້ນ, ພາຍຫລັງຖືກຝຣັ່ງປົກຄອງແລ້ວອາເມລິກາໄດ້ແຊກຊຶມສວມບົດບາດເປັນຈັກກະພັດລ່າເມືອງຂຶ້ນແບບໃໝ່ສວຍໂອກາດປົກຄອງລາວເພື່ອເຮັດສົງຄາມພິເສດໃນອິນດູຈີນເປັນເວລາເກືອບສາມສິບປີ ຈົນມາຮອດປັດຈຸບັນນີ້ເສດສົງຄາມເປັນຕົ້ນແມ່ນລະເບີດນ້ອຍໃຫຍ່ຍັງເກັບກູ້ບໍ່ທັນໝົດເທື່ອ. ດ້ວຍຊາຕາອາພັບຂອງປະເທດລ້ານຊ້າງໃນອະດີດໄດ້ຖືກສັດຕູບຸກລຸກຮຸກຮານ ປະເທດຊາດຈຶ່ງຕົກທຸກໄດ້ຍາກດ້ອຍພັດທະນາມາຕະຫລອດ, ປະຊາຊົນບັນດາເຜົ່າຕົກເປັນຂ້າທາດ, ຖືກຂົ່ມເຫັງເຕັງເຕັກ, ເປັນຂ້ອຍຂ້າມ້າໃຊ້ໃຫ້ພວກສັກດີນາ ແລະ ຈັກກະພັດຜູ້ຮຸກຮານ, ຍັງບໍ່ພຽງແຕ່ເທົ່ານັ້ນ ຊັບສິນເຂົ້າຂອງເງິນທອງ, ຊັບໃນດິນສິນໃນນ້ຳ ກໍຖືກສັດຕູກວາດຕ້ອນເກັບເກນເອົາໄປສ້າງຮັ່ງຄູນມີໃຫ້ພວກເຂົາຢ່າງເຫລືອຂະນານັບ. ມາຮອດຍຸກປັດຈຸບັນ, ປະເທດລ້ານຊ້າງທີ່ເຄີຍມີຊື່ສຽງ, ມີອານາເຂດກວ້າງໃຫຍ່ໄພສານ ກໍຍັງເຫລືອພຽງແຕ່ຊື່, ມີເນື້ອທີ່ບໍ່ຮອດເຄິ່ງໜຶ່ງຂອງປະເທດຖ້າທຽບໃສ່ໃນເມື່ອກ່ອນ. ຍ້ອນການບຸກລຸກຮຸກຮານຈາກຕ່າງຊາດມາເປັນເວລາຍາວນານປະເທດຊາດໄດ້ຕົກເປັນຫົວເມືອງຂຶ້ນ ຈຶ່ງເກີດມີຂະບວນການຕໍ່ສູ້ຂອງຄົນລາວຜູ້ຮັກຊາດມາຫລາຍຍຸກຫລາຍສະໄໝ ນັບແຕ່ມື້ເລີ່ມຕົ້ນຈົນມາຮອດມື້ໄດ້ຮັບໄຊຊະນະ ແລະ ສາມາດປົດປ່ອຍປະເທດຊາດອອກຈາກເງື່ອມມືຂອງສັດຕູຜູ້ຮຸກຮານໄດ້ຢ່າງສິ້ນເຊີງ. ຂະບວນການຕໍ່ສູ້ທີ່ໂດດເດັ່ນເປັນກະແສຟອງຂອງຜູ້ຮັກຊາດ, ຮັກແຜ່ນດິນ ທີ່ບັນທຶກໄວ້ໃນປະຫວັດສາດ ກໍໄດ້ແກ່ຄູບາສາຂຽດໂງ້ງ ຫລື ຄູບາຂີ້ຫອມ, ຂະບວນການຕໍ່ສູ້ຂອງເຈົ້າອານຸວົງ, ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໄຈ, ນາຍຄູຄຳ ຈົນແກ່ຍາວມາຮອດຂະບວນການແນວລາວອິດສະຫລະ, ການປະຕິວັດປົດປ່ອຍຊາດພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ປະເທດຊາດຈຶ່ງສາມາດຫລຸດພົ້ນອອກຈາກການເປັນອານານິຄົມຂອງຕ່າງຊາດ​ໄດ້ຢ່າງສົມບູນແບບ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ກໍປະກາດລົບລ້າງລະບອບເກົ່າ ຄືລະບອບສັກດີນາມາເປັນລະບອບ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ວັນທີ 2 ທັນວາເປັນຕົ້ນມາ.  
- 5 - ຂ່ຳນັບຊົມເຊີຍວັນຊາດ  2 ທັນວາ ຄົບຮອບ 45 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!