ລັດເຊຍຜ່ານຮ່າງກົດໝາຍວ່າດ້ວຍ ຊ່ວຍໃຫ້ປູຕິນກາຍເປັນສະມາຊິກລັດຖະສະພາ ຕະຫຼອດຊີວິດ
November 18, 2020 - 2:43 PM

ສຳນັກຂ່າວ RT ລາຍງານເມື່ອວັນທີ 18 ພະຈິກນີ້ວ່າ ສະພາຕໍ່າ ຫຼື ສະພາຜູ້ແທນປະຊາຊົນ ຂອງລັດເຊຍ ໄດ້ຜ່ານຮ່າງກົດໝາຍວ່າດ້ວຍການຊ່ວຍໃຫ້ ປະທານາທິບໍດີ ວະລາດີເມຍປູຕີນ ແລະ ນາຍົກລັດຖະມົນຕີ ເມວີເດບ ເປັນສະມາຊິກລັດຖະສະພາຕະຫຼອດຊີວິດ.
ຮ່າງກົດໝາຍດັ່ງກ່າວ ໄດ້ຜ່ານການລົງມະຕິໃນສະພາ ວາລະທີໜຶ່ງເມື່ອວັນທີ 17 ພະຈິກນີ້ ເປັນທີ່ຮຽນຮ້ອຍແລ້ວ. ກົດໝາຍລະບຸວ່າ: “ປະທານາທິບໍດີສະຫະພັນລັດເຊຍ, ພາຍຫຼັງໝົດອຳນາດໃນວາລະ ຫຼື ແມ່ນແຕ່ການລາອອກກໍຕາມ ຈະຖືກມອບໝາຍບົດບາດໃໝ່ໃນສະພາຢ່າງອັດຕະໂນມັດ. ປະທານາທິບໍດີ ອາດຈະມີສິດແຕ່ງຕັ້ງບົ່ງຕົວ ສະມາຊິກລັດຖະສະພາເຖິງ 30 ຄົນໄດ້, ມີບາງຄົນອາດຈະມີວາລະ 6 ປີ ແຕ່ມີຈຳນວນໜຶ່ງອາດຈະຢູ່ສະພາຈົນຕະຫຼອດຊີວິດ”.
ໃນນັ້ນ ກົດໝາຍຍັງໄດ້ລະບຸວ່າ ສະມາຊິກລັດຖະສະພາ ຈະບໍ່ຖືກດຳເນີນຄະດີ. ຂໍ້ກຳນົດດັ່ງກ່າວ ຖືກໃຊ້ກັບອະດີດປະທານາທິບໍດີທີ່ຍັງມີຊີວິດຢູ່ໜຶ່ງດຽວຄື ທ່ານ ເມວີເດບແລ້ວ.