ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງທີ I


ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 18 ພະຈິກນີ້ ໂດຍການເຂົ້າຮ່ວມຂອງທ່ານ ເລັ່ງຊົ່ງ ຕົ່ງສີ ປະທານແນວລາວສ້າງຊາດແຂວງໄຊສົມບູນ ແລະ ທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ.
ໃນພິທີ, ທ່ານປະທານແນວລາວສ້າງຊາດແຂວງ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຂອງແນວລາວສ້າງຊາດ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຊຶ່ງຕະຫລອດໄລຍະ 5 ປີ ຜ່ານມາ ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ມີຜົນສຳເລັດວຽກງານທີ່ພົນເດັ່ນຫລາຍດ້ານຄື: ອົງການແນວລາວສ້າງຊາດແຂວງ ໄດ້ເຮັດໜ້າທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນຢ່າງເປັນປຶກແຜນແໜ້ນໜາ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ, ອະນຸລັກຮັກສາຮັກສາຮີດຄອງປະເພນີອັນດີງາມຂອງຊາດ.
ໃນກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານເລັ່ງຊົ່ງ ຕົ່ງສີ ເປັນປະທານແນວລາວສ້າງຊາດແຂວງຊຸດໃໝ່, ທ່ານ ສີລັດ ພານຸວົງ ເປັນຮອງປະທານ ແລະ ທ່ານ ທູນ ເພັດສະໝອນ ເປັນຮອງປະທານ ພ້ອມນີ້ ຍັງໄດ້ແຕ່ງຕັ້ງ ທ່ານ ສີລັດ ພານຸວົງ ເປັນປະທານກວດກາ, ທ່ານ ເລັ່ງຢ່າງ ເປັນຮອງປະທານກວດກາ ແລະ ທ່ານ ວ່າງໄທ ກຳໄຊຮົ່ວ ເປັນຄະນະ, ຮັບຮອງເອົາການສະເໜີແຕ່ງຕັ້ງຄະນະປະຈຳແນວລາວສ້າງຊາດ ຈຳນວນ 5 ສະຫາຍ ແລະ ຄະນະທີ່ປຶກສາແນວລາວສ້າງຊາດ ຈຳນວນ 7 ສະຫາຍ.