ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ

ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - gettyimages 57496144 612x612 1 - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ
ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - kitchen vibe - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ

ຄາດວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ II ຈະຈັດຂຶ້ນໃນວັນທີ 21 ກຸມພາ 2021 ທີ່ຈະມາເຖິງນີ້ ຊຶ່ງຈະມີຜູ້ລົງສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ຈຳນວນ 224 ທ່ານ ແລະ ເລືອກເອົາ 164 ທ່ານ ໂດຍຈະເພີ່ມຈາກຊຸດທີ VIII ຈຳນວນ 15 ທ່ານ. ສຳລັບຜູ້ລົງສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ II  ມີ 789 ທ່ານ ໂດຍເລືອກເອົາ 492 ທ່ານ.

ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - XAY 0239 300x200 - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນພິທີຖະແຫລງຂ່າວກ່ຽວກັບການປະກາດວັນເລືອກຕັ້ງ ແລະ ຈຳນວນຜູ້ລົງສະໝັກເລືອກຕັ້ງດັ່ງກ່າວໄດ້ມີຂຶ້ນໃນວັນທີ 20 ພະຈິກນີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ໂດຍທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ, ກຳມະການອະນຸກຳມະການເລຂານຸການ ທັງເປັນໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເຊິ່ງທ່ານໃຫ້ຮູ້ຕື່ມວ່າ: ລາຍລະອຽດຈຳນວນ ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ແຕ່ລະແຂວງ ແລະ ນະຄອນຫລວງມີດັ່ງນີ້:

  1. ນະຄອນຫລວງວຽງຈັນ (ເຂດເລືອກຕັ້ງທີ 1): ມີຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍານະຄອນຫລວງວຽງຈັນມີ 23 ທ່ານ, ເລືອກເອົາ 18 ທ່ານ. ສ່ວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂນະຄອນຫລວງວຽງຈັນມີ 49 ທ່ານ, ເລືອກເອົາ 31 ທ່ານ.
  2. ແຂວງຜົ້ງສາລີ (ເຂດເລືອກຕັ້ງທີ 2): ມີຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ ແລະ ຈໍານວນຜູ້ສະມັກ ສສຂ ມີ 38 ທ່ານ, ເລືອກເອົາ 24 ທ່ານ.
  3. ແຂວງຫລວງນໍ້າທາ (ເຂດເລືອກຕັ້ງທີ 3): ມີຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 9 ທ່ານ, ເລືອກເອົາ 6 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 31 ທ່ານ, ເລືອກເອົາ 21 ທ່ານ.
  4. ແຂວງອຸດົມໄຊ (ເຂດເລືອກຕັ້ງທີ 4): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 39 ທ່ານ, ເລືອກເອົາ 25 ທ່ານ.
  5. ແຂວງບໍ່ແກ້ວ (ເຂດເລືອກຕັ້ງທີ 5): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 9 ທ່ານ, ເລືອກເອົາ 6 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 31 ທ່ານ, ເລືອກເອົາ 21 ທ່ານ.
  6. ແຂວງຫລວງພະບາງ (ເຂດເລືອຕັ້ງທີ 6): ຈໍານວນຜູ້ສະຫມັກຮັບເລືອກຕັ້ງເປັນ ສສຊ ມີ 13 ທ່ານ, ເລືອກເອົາ 10 ທ່ານ. ຈຳນວນຜູ້ຮັບເລືອກຕັ້ງເປັນ ສສຂ ມີ 57 ທ່ານ, ເລືອກເອົາ 33 ທ່ານ.
  7. ແຂວງໄຊຍະບູລີ (ເຂດເລືອກຕັ້ງທີ 7): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 12 ທ່ານ, ເລືອກເອົາ 9 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 54 ທ່ານ, ເລືອກເອົາ 32 ທ່ານ.
  8. ແຂວງຫົວພັນ (ເຂດເລືອກຕັ້ງທີ 8): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 49 ທ່ານ, ເລືອກເອົາ 29 ທ່ານ.
  9. ແຂວງຊຽງຂວາງ (ເຂດເລືອກຕັ້ງທີ 9): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 39 ທ່ານ, ເລືອກເອົາ 25 ທ່ານ.
  10. ແຂວງວຽງຈັນ (ເຂດເລືອກຕັ້ງທີ 10): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 13 ທ່ານ, ເລືອກເອົາ 10 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 53 ທ່ານ, ເລືອກເອົາ 31 ທ່ານ.
  11. ແຂວງບໍລິຄໍາໄຊ (ເຂດເລືອກຕັ້ງທີ 11): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ມີ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 39 ທ່ານ, ເລືອກເອົາ 25 ທ່ານ.
  12. ແຂວງຄໍາມ່ວນ (ເຂດເລືອກຕັ້ງທີ 12): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດ ມີ 12 ທ່ານ, ເລືອກເອົາ 9 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 90 ທ່ານ, ເລືອກເອົາ 50 ທ່ານ.
  13. ແຂວງສະຫວັນນະເຂດ (ເຂດເລືອກຕັ້ງທີ 13): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດມີ 25 ທ່ານ, ເລືອກເອົາ 20 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 69 ທ່ານ, ເລືອກເອົາ 39 ທ່ານ.
  14. ແຂວງສາລະວັນ (ເຂດເລືອກຕັ້ງທີ 14): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດມີ 12 ທ່ານ, ເລືອກເອົາ 9 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 44 ທ່ານ, ເລືອກເອົາ 28 ທ່ານ.
  15. ແຂວງຈໍາປາສັກ (ເຂດເລືອກຕັ້ງທີ 15): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດມີ 20 ທ່ານ, ເລືອກເອົາ 15 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 55 ທ່ານ, ເລືອກເອົາ 35 ທ່ານ.
  16. ແຂວງເຊກອງ (ເຂດເລືອກຕັ້ງທີ 16): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດມີ 9 ທ່ານ, ເລືອກເອົາ 6 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 30 ທ່ານ, ເລືອກເອົາ 21 ທ່ານ.
  17. ແຂວງອັດຕະປື (ເຂດເລືອກຕັ້ງທີ 17): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດມີ 9 ທ່ານ, ເລືອກເອົາ 6 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 31 ທ່ານ, ເລືອກເອົາ 21 ທ່ານ.
  18. ແຂວງໄຊສົມບູນ (ເຂດເລືອກຕັ້ງທີ 18): ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ເຂດມີ 9 ທ່ານ, ເລືອກເອົາ 6 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 31 ທ່ານ, ເລືອກເອົາ 21 ທ່ານ.

ທ່ານ ສົມພູ ດວງສະຫວັນ ກ່າວຕື່ມວ່າ: ສໍາລັບລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການຂອງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ແລະ ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ບັນຫາກ່ຽວຂ້ອງອື່ນໆ ທີ່ຈໍາເປັນໃຫ້ແກ່ການກະກຽມການເລືອກຕັ້ງຈະໄດ້ຖະແຫລງຜ່ານສື່ມວນຊົນ ແລະ ສັງຄົມໄດ້ຮັບຊາບໃນໂອກາດຕໍ່ໄປ.

ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - 4 - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ
ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - 5 - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ
ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ ix ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ ii ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ - 3 - ລາວກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ II ໃນເດືອນກຸມພາ 2021 ຈະມີ ສສຊ ເພີ່ມຂຶຶ້ນ