ຈັດອັນດັບເມືອງທີ່ຄ່າຄອງຊີບແພງທີ່ສຸດ ຊ່ວງໂຄວິດ-19 ແຜ່ລະບາດ

ຈາກລາຍງານ Worldwide Cost of Living 2020 ໂດຍ The Economist Intelligence Unit (EIU) ທີ່ເກັບກຳຂໍ້ມູນ ແລະ ຈັດອັນດັບຄ່າຄອງຊີບທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໃນເມືອງສຳຄັນຕ່າງໆ 133 ເມືອງເກືອບທົ່ວໂລກພົບວ່າ: ໃນປີນີ້ ຮົງກົງ ແຊ້ມເກົ່າຍັງຮັກສາຕຳແໜ່ງແຊ້ມເມືອງທີ່ຄ່າຄອງຊີບແພງທີ່ສຸດໃນໂລກໄວ້ໄດ້ ຮ່ວມກັບອີກ 2 ເມືອງໃຫຍ່ຄື: ຊູຣິກ ປະເທດສະວິດເຊີແລນ ແລະ ປາຣີ ປະເທດຝຣັ່ງ ທີ່ກ້າວຂຶ້ນມາ 4 ອັນດັບຈາກປີ 2019 ໂດຍມີຄະແນນດັດຊະນີ 103.
ຂະນະທີ່ພາກພື້ນອາຊຽນ ຄືສິງກະໂປຢູ່ອັນດັບທີ 4 ຈາກການຈັດອັນດັບໃນຄັ້ງນີ້, ສ່ວນໂອຊາກ້າ ຂອງຍີ່ປຸ່ນ ເປັນອີກໜຶ່ງເມືອງໃນອາຊີທີ່ຕິດ 10 ອັນດັບທຳອິດ ໂດຍດາມັດກັດຂອງຊີເຣຍ ຢູ່ອັນດັບສຸດທ້າຍຂອງຕາຕະລາງ. ທີມ EIU ຄາດວ່າ ພາບລວມເສດຖະກິດໂລກຍັງບໍ່ກັບເຂົ້າສູ່ສະພາບກ່ອນໜ້າທີ່ຈະເກີດການແຜ່ລະບາດຂອງໂຄວິດ-19 ຈົນກວ່າຈະຮອດປີ 2022.