ສາງນໍ້າມັນ ຊາອຸດີອາຣາເບຍ ຖືກລູກສອນໄຟຖະຫຼົ່ມ
November 24, 2020 - 5:33 PM
ເມື່ອວັນທີ 23 ພະຈິກຜ່ານມາ, ກອງກຳລັງແບ່ງແຍກດິນແດນ ຮູຕີ ໄດ້ລະດົມການບຸກຖະຫຼົ່ມດ້ວຍລູກສອນໄຟເຂົ້າໃສ່ສາງນໍ້າມັນຂອງກຸ່ມບໍລິສັດ Aramco ໃນ ຊາອຸດີອາຣາເບຍ.
ສຳນັກຂ່າວສະ ສະປຸດຍິກ ຂອງລັດເຊຍ ໂດຍອ້າງອີງຄຳຂອງນາຍທະຫານຄົນໜຶ່ງຂອງ ຊາອຸດີອາຣາເບຍວ່າ “ການບຸກໂຈມຕີຄັ້ງນີ້ບໍ່ໄດ້ແນໃສ່ກອງກຳລັງແຫ່ງຊາດຂອງ ຊາອຸດີອາຣາເບຍ ແຕ່ຢ່າງໃດ ແຕ່ຫາກແນໃສ່ສູນກາງພະລັງງານເສດຖະກິດ ແລະ ຄວາມໝັ້ນຄົງທາງດ້ານພະລັງງານຂອງໂລກ”.
ສຳນັກຂ່າວຈາກ ຊາອຸດີອາຣາເບຍ ລາຍງານເມື່ອວັນທີ 24 ພະຈິກນີ້ວ່າ ການໂຈມຕີດ້ວຍລູກສອນໄຟ ບໍ່ໄດ້ເຮັດໃຫ້ທໍ່ສົ່ງເສຍຫາຍແຕ່ຢ່າງໃດ, ໜ່ວຍມອດໄຟສາມາດຄວບຄຸມໄຟໄວ້ໄດ້ຢ່າງທັນການ.