ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%

ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 8888710 1 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%
ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - kitchen vibe - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ I ມາຮອດປັດຈຸບັນສຳເລັດການກໍ່ສ້າງແລ້ວ 81,9%, ພາຍ ຫລັງລົງມືກໍ່ສ້າງມາແຕ່ທ້າຍເດືອນຕຸລາ 2017 ແລະ  ຄາດວ່າຈະສໍາເລັດ 100% ໃນເດືອນກໍລະກົດ 2021 ທີ່ຈະມາເຖິງ ໂດຍແມ່ນການລົງທຶນຮ່ວມລະຫວ່າງບໍລິສັດ China International Water & Electric Corp (CWE) ຖືຮຸ້ນ 65%, ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20% ແລະ ບໍລິສັດທີ່ປຶກສາດ້ານການລົງທຶນ-ກໍ່ສ້າງເຂື່ອນໄຟຟ້າ ຈຳກັດ (ICH) ຖືຮຸ້ນ 15%.

ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 8888703 1 300x200 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%

ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - Visit Laos Visit SALANA BOUTIQUE HOTEL - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%
ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - Visit Laos Visit SALANA BOUTIQUE HOTEL - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%

ທ່ານ ສຸກລັດດາ ກວນຊານົນ ຜູ້ປະສານງານໂຄງການກໍ່ສ້າງເຂື່ອນໄຟຟ້າດັ່ງກ່າວ ລາຍງານໃຫ້ຮູ້ ໃນໂອກາດທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວຢ້ຽມຢາມ ໃນວັນທີ 26 ພະຈິກນີ້ວ່າ: ເຂື່ອນໄຟຟ້າແຫ່ງນີ້ນອນຢູ່ໃນເຂດເມືອງພູວົງ ແຂວງອັດຕະປື ແລະ ມີແຜນຈະພັດທະນາເຂື່ອນໄຟຟ້າແບບຂັ້ນໄດ (Cascade) ຈຳນວນ 4 ໂຄງການຄື: ເຂື່ອນນໍ້າກົງ 0, ນໍ້າກົງ 1, ນໍ້າກົງ 2 ແລະ ນໍ້າກົງ 3. ສະເພາະເຂື່ອນຫມາຍເລກ 1 ນີ້ ເປັນປະເພດເຂື່ອນຫີນຖົມ, ດ້ານໜ້າປູດ້ວຍເບຕົງ (CFRD), ສູງ 90m, ມີກຳລັງຕິດຕັ້ງ 160 MW (2×80 MW), ຄາດວ່າແຕ່ລະປີຈະສາມາດຜະລິດໄຟຟ້າໄດ້ປະມານ 633 ກິກກະວັດໂມງ.

ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 8888711 300x200 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%

ຄຽງຄູ່ກັບຄວາມຄືບໜ້າດັ່ງກ່າວ, ວຽກງານຄຸ້ມຄອງສິ່ງແວດລ້ອມ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ ຈາກຜູ້ພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນຢ່າງດີ ໂດຍສະເພາະແມ່ນໄດ້ລົງຊຸກຍູ້ໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນການຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພາບນ້ຳ, ຄຸ້ມຄອງວັດສະດຸທີ່ເປັນອັນຕະລາຍ, ວຽກງານແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງ ແລະ ອື່ນໆ.

ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 3 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%
ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 4 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%
ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80% - 5 - ເຂື່ອນໄຟຟ້ານໍ້າກົງ I ຄືບໜ້າກວ່າ 80%