Mohsen Fakhrizadeh ຜູ້ເປັນບິດາແຫ່ງນິວເຄລຍອີຣານຖືກສັງຫານຢູ່ໃກ້ເຕເຮຣານ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 27 ພະຈິກ Mohsen Fakhrizadeh, ນັກວິທະຍາສາດອີຣານທີ່ມີຊື່ສຽງ. ທີ່ຊາວອີຣານຍົກຍ້ອງໃຫ້ເປັນບິດາແຫ່ງອາວຸດນິວເຄລຍ ຖືກລອບສັງຫານຢູ່ໃກ້ເມືອງ Absard, ເຊິ່ງບໍ່ໄກຈາກເມືອງ Tehran.
ການລອບສັງຫານໄດ້ເກີດຂຶ້ນທ່າມກາງຂ່າວລືວ່າ ອີຣານ ກຳລັງເກັບທາດຢູເຣນຽມໃນປະລິມານຫລາຍ ເຊິ່ງເປັນແຮ່ທາດທີ່ສຳຄັນໃນການໃຊ້ເປັນພະລັງງານ ອາວຸດນິວເຄລຍ
ຈາກເຫດການດັ່ງກ່າວ ເຈົ້າໜ້າທີ່ກ່າວປະນາມການສັງຫານນີ້ວ່າເປັນການກໍ່ການຮ້າຍຢ່າງແນ່ນອນ. ເພາະອີຣານຖືວ່າ ການພັດທະນາແລະການຄົ້ນຄວ້າອາວຸດນິວເຄລຍນີ້ແມ່ນເປັນໄປເພື່ອ ຄວາມສະຫງົບສຸກ.
ກ່ອນໜ້ານີ້ ປີປີ 2015, ອຳນາດການປົກຄອງອີຣານ, ພ້ອມກັບ 6 ປະເທດອື່ນໄດ້ເຈລະຈາກ່ຽວກັບຂໍ້ຈຳ ກັດ ແລະ ການຜະລິດອາວຸດນິວເຄລຍ. ເພື່ອຊອກຫາວິທີທີ່ຈະບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ຄວາມສະຫງົບສຸກຂອງປະຊາຄົມໂລກ ແຕ່ພາຍຫລັງ Donald Trump ຂຶ້ນເປັນປະທານາທິບໍດີ ກໍບໍ່ມີຄວາມສົນໃຈໃນການເຈລະຈາ. ດັ່ງນັ້ນຈຶ່ງເປັນໂອກາດດີໃຫ້ ອີຣານກັບຄືນສູ່ການພັດທະນາ ແລະຄົ້ນຄວ້າອາວຸດນິວເຄລຍເດີມ.
ຜ່ານມາ ຜູ້ຊ່ຽວຊານດ້ານອາວຸດນິວເຄລຍອີຣານຫຼາຍກວ່າ 4 ຄົນຖືກລອບສັງຫານໃນໄລຍະປີ 2010-2012 ທ່ານ Fakhrizadeh ເປັນຄົນທີ 5 ຂອງຮອບ 1 ທົດສະວັດ.