ຈົບ ມ.ປາຍ ແລ້ວກຽມເສັງເຂົ້າມະຫາ


ໂດຍ: ກ້ອງສ່ອງ ອິດສະຫລະ
ມາຮອດປັດຈຸບັນ, ເຫັນວ່າການສອບເສັງຈົບ ມ.ປາຍ (ມ.7) ໄດ້ສໍາເລັດເສັດສິ້ນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ເມື່ອວັນທີ 26 ມິຖຸນາຜ່ານມານີ້, ທາງມະຫາວິທະຍາໄລແຫ່ງຊາດ ກໍໄດ້ເປີດຂາຍແບບຟອມເອກະສານ ເພື່ອເສັງເຂົ້າມະຫາວິທະຍາໄລດັ່ງ ກ່າວ, ສ່ວນຢູ່ຕ່າງແຂວງນັ້ນ ກໍຍັງບໍ່ທັນເຫັນແຫລ່ງຂ່າວວ່າໄດ້ເປີດຂາຍພ້ອມກັນ ຫລື ບໍ່?, ແຕ່ກໍຄິດວ່າອາດຈະເປັນເອກະພາບກັນໃນທົ່ວປະເທດ. ຕາມເຮົາວ່າ ສິ່ງທີ່ສະແດງໃຫ້ເຫັນຢ່າງມີໝາກມີຜົນ ແລະ ດີເດັ່ນໃນຂົງເຂດວຽກງານສຶກສາໃນສົກຮຽນປີນີ້ຖືວ່າຂໍ້ສອບບໍ່ໄດ້ຮົ່ວໄຫລຄືດັ່ງປີຜ່ານມາ, ສ່ວນເລື່ອງຜົນການສອບເສັງມີໃຜໄດ້ໃຜຕົກນັ້ນກໍຍັງບໍ່ທັນຮູ້ລາຍລະອຽດກໍຂໍໃຫ້ພວກເຮົາພ້ອມກັນຕິດຕາມໃນຂັ້ນຕໍ່ໄປ. ແຕ່ກ່ອນຈະຮອດມື້ສອບເສັງທຸກໆສູນບໍ່ວ່າຂັ້ນເມືອງ, ຂັ້ນແຂວງ ກໍຄືຂັ້ນສູນກາງ ໃຜກໍໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ໄດ້ລະດັບ 90-95% ຂຶ້ນໄປ ວ່າຊັ້ນ !.
ຕາມຜູ້ຂຽນວ່າ, ພາຍຫລັງບັ້ນສອບເສັງຈົບຂັ້ນ ມ.ປາຍ ໄດ້ສິ້ນສຸດລົງແລ້ວ ໂດຍສະເພາະແມ່ນໄລຍະພັກສິ້ນປີຮຽນຂອງສົກສຶກສາ 2016-2017 ນີ້, ວຽກສືບຕໍ່ຂອງລູກຫລານນັກຮຽນ-ນັກສຶກສາທຸກຄົນກໍອາດຈະມີຫລາຍອັນຫລາຍຢ່າງ ແລະ ຫລາຍກິດຈະກໍາທີ່ຕ້ອງໄດ້ເຮັດເຊັ່ນວ່າ: ຜູ້ຢູ່ຊົນນະບົດກໍຕ້ອງໄດ້ເຮັດໄຮ່, ເຮັດນາ, ເຮັດສວນຊ່ວຍພໍ່ແມ່. ສ່ວນຜູ້ຢູ່ຕົວເມືອງກໍຕ້ອງໄດ້ເຮັດວຽກເຮືອນການຊານໄປຄຽງຄູ່ກັບການສືບຕໍ່ຄົ້ນຄວ້າບົດຮຽນ ເພື່ອກຽມສອບເສັງເຂົ້າຕໍ່ມະຫາວິທະຍາໄລແຫ່ງຊາດ ແລະ ຕາມສະຖາບັນການສຶກສາແຫ່ງຕ່າງໆ. ສະເພາະຢູ່ນະຄອນຫລວງວຽງຈັນ ໂດຍສະເພາະມະຫາວິທະຍາໄລແຫ່ງຊາດເພິ່ນໄດ້ກໍານົດເອົາວັນ ທີ 25 ກໍລະກົດນີ້ ເປັນມື້ສອບເສັງໃນກຸ່ມ A, B, ແລະ C. ໝາຍວ່າໃນບັນດາວິຊາທີ່ຈະໄດ້ເສັງກ່ອນໝູ່ນັ້ນກໍມີ: ຄະນິດສາດ, ພາສາ ລາວ, ວັນນະຄະດີ, ຟີຊິກສາດ, ເຄມີສາດ, ຊີວະສາດ, ພູມສາດ ແລະ ປະຫວັດສາດ. ນອກຈາກວິຊາທີ່ໄດ້ກ່າວມານີ້ແລ້ວ, ຕາມເຮົາວ່າກໍຈະໄດ້ສືບຕໍ່ສອບເສັງເປັນໄລຍະໆໄປຈົນໝົດທຸກວິຊາທີ່ນອນຢູ່ໃນຫລັກສູດຮຽນຂອງລະບົບມະຫາວິທະຍາໄລ ແລະ ວິທະຍາໄລ. ນີ້ລະຄືພາລະກິດອັນໃຫຍ່ຫລວງຂອງພວກລູກຫລານ ກໍຄືໃນຂົງເຂດວຽກງານສຶກສາໃນໂອກາດພັກສິ້ນປີຮຽນ ກໍຄືໃນໄລຍະກະກຽມສອບເສັງເຂົ້າມະຫາວິທະຍາໄລທີ່ຈະມາເຖິງນີ້. ຕາມເຮົາວ່າ ໃນການກະກຽມບັ້ນສອບເສັງເຂົ້າມະຫາວິທະຍາໄລນີ້ມັນກໍ ປຽບເໝືອນສະໜາມຮົບອັນໜຶ່ງສໍາລັບລູກຫລານຜູ້ທີ່ມັກສະແຫວງຫາຄວາມກ້າວໜ້າໃຫ້ຕົນເອງ. ດັ່ງຜູ້ນໍາເພິ່ນເຄີຍເວົ້າ ແລະ ເຄີຍສັ່ງສອນພວກເຮົາວ່າ: “ຮຽນແລ້ວຮຽນອີກຮຽນເລື້ອຍໄປ”.
ເຖິງຢ່າງໃດກໍດີ, ຕາມເຮົາວ່າ ສ່ວນທີ່ເຫລືອຈາກແຜນຮັບເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ກໍຈະໄດ້ໄປເສັງເຂົ້າຮຽນໃນບັນດາໂຮງຮຽນວິທະຍາໄລ ຫລື ສະຖາບັນການສຶກສາຕ່າງໆຂອງລັດ ແລະ ເອກະຊົນ ຫລື ອາດຈະເສັງເຂົ້າຮຽນໃນໂຮງຮຽນອາຊີວະສຶກສາ ກໍສຸດແລ້ວແຕ່ເງື່ອນໄຂຂອງເສດຖະກິດ ແລະ ຄວາມມັກຮັກຂອງໃຜລາວ. ຕາມເຮົາຄິດທາງທີ່ດີເພື່ອໃຫ້ອີ່ມປາກອີ່ມທ້ອງ ແລະ ຈະພາໃຫ້ມີວິຊາສະເພາະຫາກິນຕິດຕົວນັ້ນຄວນໄປສະໝັກເຂົ້າຮຽນໃນໂຮງຮຽນວິຊາຊີບຕ່າງໆເຊັ່ນ: ປຸງແຕ່ງອາ ຫານ, ສ້ອມແປງລົດ, ກົນຈັກ, ໄຟຟ້າ, ກໍ່ສ້າງ, ການກະເສດປູກຝັງ-ລ້ຽງສັດ ແລະ ຂະແໜງວິຊາຊີບອື່ນໆ. ໃນບັນດາຂະແໜງທີ່ວ່າມານີ້ເວລາຮຽນຈົບມາກໍສາມາດມີວຽກເຮັດງານທໍາໂລດ ຫລື ຫາກຜູ້ໃດມີທຶນມີຮອນແດ່ກໍສາມາດໄຕ່ເຕົ້າເປີດທຸລະກິດຂະໜາດນ້ອຍຂອງຕົນເອງນັ້ນຈະເປັນການດີຢ່າງຍິ່ງ.