ເມືອງ ທ່າແຕງ ສ້າງຄວາມເຂັ້ມແຂງໃຫ້ ອາສາສະໝັກບ້ານ ໃນການເຝົ້າລະວັງພະຍາດ Covid-19


ໃນວັນທີ 14 ທັນວານີ້, ຫ້ອງການສາທາລະນະສຸກເມືອງ ທ່າແຕງ ແຂວງເຊກອງຈັດຝຶກອົບຮົມ ການເຝົ້າລະວັງ ພະຍາດໂຄວິດ-19 ໃຫ້ອາສາສະໝັກບ້ານ ທົ່ວເມືອງ ເພື່ອໃຫ້ອາສາສະໝັກບ້ານຮຽນຮູ້ການເຝົ້າລະວັງພະຍາດດັ່ງກ່າວ.
ທ່ານ ນາງ ຂັນ ບຸນເຮືອງສັກ ຫົວໜ້າຈຸງານລະບາດຫ້ອງການສາທາລະນະສຸກເມືອງ ທ່າແຕງ ໃຫ້ຮູ້ວ່າ: ການຝຶກອົບຮົມຄັ້ງນີ້ລາຍງານ ແລະ ຕິດຕາມສຸຂະພາບຜູ້ສໍາຜັດໃກ້ຊິດກັບຄົນເຈັບທີ່ເປັນພະຍາດໂຄວິດ-19 ໃນປັດຈຸບັນ ແລະ ອະນາຄົດຂ້າງໜ້າ ເພື່ອປົກປ້ອງສຸຂະພາບ ແລະ ສົ່ງເສີມການໃຊ້ຊີວິດແບບໃໝ່ທີ່ປອດໄພຈາກພະຍາດໂຄວິດ-19 ແລະ ພະຍາດອື່ນໆໃນຊຸມຊົນ ໂດຍສະເພາະ ຄົ້ນຫາຄົນທີ່ຖືກສົງໃສເປັນພະຍາດໂຄວິດ-19 ຫຼື ເຫດການອື່ນໆທີ່ຜິດປົກກະຕິຢູ່ໃນຊຸມຊົນ ເພື່ອປະຕິບັດມາດຕະການຕອບໂຕ້ຮີບດ່ວນ,ເຮັດໃຫ້ຊຸມຊົນຊ່ວຍຕິດຕາມສຸຂະພາບຜູ້ສໍາຜັດໃກ້ຊິດກັບຄົນເຈັບທີ່ເປັນພະຍາດໂຄວິດ-19 ຫລື ພະຍາດອື່ນໆຢ່າງມີປະສິດທິຜົນ, ເຮັດໃຫ້ຊຸມຊົນພາຍໃນເມືອງ ທ່າແຕງ ເຂົ້າໃຈ ແລະ ປະຕິບັດການໃຊ້ຊີວິດແບບໃໝ່ທີ່ປອດໄພຈາກພະຍາດໂຄວິດ-19.