ພະຍາບານນິວຢອກຮັບວັກຊີນໂຄວິດ ເປັນຄົນທຳອິດຢູ່ອາເມລິກາ

ອາເມລິກາເດີນໜ້າແຈກຢາຍວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຊາວອາເມລິກາ ໂດຍພະຍາບານປະຈຳຫ້ອງ ICU ຂອງໂຮງໝໍໃນນະຄອນນິວຢອກ ເປັນບຸກຄົນທຳອິດໃນປະເທດທີ່ໄດ້ຮັບການປ້ອງກັນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ອາເມລິກາເລີ່ມໂຄງການແຈກຢາຍວັກຊີນທີ່ຄິດຄົ້ນໂດຍບໍລິສັດ Pfizer ຮ່ວມກັບບໍລິສັດ BioNTech ຂອງເຢຍລະມັນ ໃນວັນທີ 14 ທັນວານີ້ ເພື່ອປ້ອງກັນການຕິດເຊື້ອ ແລະ ບໍ່ສະບາຍຈາກພະຍາດໂຄວິດ-19 ໃຫ້ປະຊາຊົນ ໂດຍວັກຊີນຊະນິດນີ້ໄດ້ຮັບການອະນຸມັດ “ເປັນກໍລະນີສຸກເສີນ” ຈາກຄະນະກຳມະການອາຫານ ແລະ ຢາ (FDA) ໃນວັນທີ 11 ທັນວາຜ່ານມາ ຫລັງຜົນການສຶກສາບົ່ງບອກ “ປະສິດທິພາບ 95%” ໃນການປ້ອງກັນອາການ.
ທັງນີ້, ລັດຖະບານອາເມລິກາຢູ່ນະຄອນຫລວງວໍຊິງຕັນໃຫ້ສິດແກ່ລັດຖະບານທ້ອງຖິ່ນຂອງແຕ່ລະລັດ ໃນການຈັດລຳດັບກຸ່ມຜູ້ເຂົ້າຮັບການສັກວັກຊີນ ແລະ ທຸກລັດພ້ອມໃຈກັນໃຫ້ບຸກຄະລາກອນການແພດເປັນກຸ່ມທຳອິດ ໂດຍນາງ ຊານດຣາ ລິນເຊ ພະຍາບານປະຈຳພະແນກເບິ່ງແຍງຜູ້ປ່ວຍໜັກ ຂອງສູນການແພດຢິວ ລອງ ໄອສແລນ ໃນເຂດຄວີນ ຂອງນະຄອນນິວຢອກ ໄດ້ຮັບການບັນທຶກວ່າເປັນບຸກຄົນທຳອິດຂອງອາເມລິກາ ທີ່ເຂົ້າຮັບການສັກວັກຊີນ ແລະ ຕໍ່ຈາກນັ້ນບໍ່ເທົ່າໃດວິນາທີ ປະທານາທິບໍດີ ໂດນັລ ທຣຳ ໂພດຂໍ້ຄວາມສະແດງຄວາມຍິນດີນຳນາງ ລິນເຊ.
ເຖິງຢ່າງໃດກໍຕາມ, ມື້ທຳອິດຂອງການແຈກຢາຍວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານອາເມລິກາອະນຸມັດຢ່າງເປັນທາງການຊະນິດທຳອິດ ເກີດຂຶ້ນໃນເວລາດຽວກັບຢູ່ມະຫາວິທະຍາໄລຈອນ ຮອບກິນ ລາຍງານສະຖິຕິພະຍາດດັ່ງກ່າວຢູ່ອາເມລິກາ ວ່າຍັງສູງທີ່ສຸດໃນໂລກ ທັງຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອສະສົມ ໂດຍສະຖິຕິຜູ້ເສຍຊີວິດມີຢ່າງໜ້ອຍ 300.567 ຄົນ ເມື່ອເວລາ 15:26 ໂມງ ຕາມເວລາທ້ອງຖິ່ນຂອງຕາເວັນອອກ ໃນວັນທີ 14 ທັນວາ (22:26 ໂມງ ຕາມເວລາປະເທດລາວ) ສ່ວນສະຖິຕິຜູ້ຕິດເຊື້ອສະສົມເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນຫລາຍກວ່າ 16,3 ລ້ານຄົນແລ້ວ.