ອາເມລິກາໃກ້ອະນຸມັດວັກຊີນຊະນິດທີ 2 ຫລັງວັກຊີນ MOderna ປອດໄພ ມີປະສິດທິພາບ 94%

ຜົນການວິເຄາະຂອງນັກວິທະຍາສາດອົງການອາຫານ ແລະ ຢາຂອງອາເມລິກາ (FDA) ລະບຸວ່າ: ວັກຊີນຂອງ Moderna ປອດໄພ ແລະ ມີປະສິດທິພາບໃນການປ້ອງກັນໂຄວິດ-19 ລະດັບ 94% ເຊິ່ງປູທາງສູ່ການອະນຸມັດນຳໃຊ້ໃຫ້ປະຊາຊົນໃນອາເມລິກາເປັນກໍລະນີສຸກເສີນໃນມໍ່ໆນີ້ ໂດຍຖືເປັນຊະນິດທີ 2 ຕໍ່ຈາກວັກຊີນທີ່ພັດທະນາໂດຍ Pfizer ແລະ BioNTech.
ຂ່າວດັ່ງກ່າວມີຂຶ້ນຫລັງຈາກອາເມລິກາເລີ່ມແຈກຢາຍວັກຊີນຂອງ Pfizer ໄປລັດຕ່າງໆທົ່ວປະເທດ. ຂະນະທີ່ຈຳນວນຜູ້ເສຍຊີວິດສະສົມທົ່ວປະເທດສູງເຖິງ 300.000 ຄົນ ຈາກຂໍ້ມູນຫລ້າສຸດ (16 ທັນວາ) ຂອງມະຫາວິທະຍາໄລຈອນຮອບກິນ.
ສ່ວນໜຶ່ງໃນເອກະສານຂອງນັກວິທະຍາສາດ FDA ຈຳນວນ 54 ໜ້າ ລະບຸວ່າ: ບໍ່ມີຄວາມກັງວົນດ້ານຄວາມປອດໄພເປັນກໍລະນີສະເພາະ. ຂະນະທີ່ຜົນຂ້າງຄຽງອັນຕະລາຍ ຫລື ອາການບໍ່ເພິ່ງປະສົງຮຸນແຮງເກີດຂຶ້ນໄດ້ຍາກ ໂດຍພົບວ່າມີປະສິດທິພາບໃນການປ້ອງກັນໄວຣັສໃນອັດຕາ 94,1% ຈາກການທົດລອງໃນອາສາສະໝັກຈຳນວນ 30.000 ຄົນ.
ສຳລັບຜົນຂ້າງຄຽງທົ່ວໄປນັ້ນ ພົບວ່າຜູ້ຮັບວັກຊີນອາດມີອາການໄຂ້, ເຈັບຫົວ ແລະ ປວດເມື່ອຍກ້າມຊີ້ນ.
ໂດຍພາຍໃນ 2 ມື້ຕໍ່ໜ້າ ຄະນະກຳມະການ FDA ມີກຳນົດຈະປະຊຸມ ເພື່ອພິຈາລະນາອະນຸມັດນຳໃຊ້ວັກຊີນໃນປະເທດເປັນກໍລະນີສຸກເສີນຕໍ່ໄປ ໂດຍຄາດວ່າຈະສາມາດເລີ່ມຂົນສົ່ງວັກຊີນດັ່ງກ່າວໄດ້ພາຍໃນ 24 ຊົ່ວໂມງ ຖ້າໄດ້ຮັບອະນຸມັດຈາກຄະນະຜູ້ຊ່ຽວຊານຂອງ FDA ແລະ ໜ່ວຍງານທີ່ກ່ຽວຂ້ອງແລ້ວ.
ສຳລັບວັກຊີນທັງສອງນີ້ເປັນຊະນິດ mRNA ຫລື ໃຊ້ການຕັດຕໍ່ສານພັນທຸກຳຄືກັນ, ແຕ່ມີເງື່ອນໄຂການຂົນສົ່ງທີ່ຕ່າງກັນ ໂດຍວັກຊີນ Moderna ສາມາດເກັບໃນຕູ້ແຊ່ອຸນຫະພູມປະມານ -20 ອົງສາ ຄືກັບຕູ້ແຊ່ແຂງທົ່ວໄປ ເຊິ່ງຖືວ່າງ່າຍກວ່າຫລາຍ. ຂະນະທີ່ Pfizer ຕ້ອງເກັບໃນຕູ້ແຊ່ພິເສດອຸນຫະພູມເກືອບ -75 ອົງສາ.
ໂດຍປະຊາຊົນທີ່ຈະໄດ້ຮັບວັກຊີນເປັນກຸ່ມທຳອິດຄືບຸກຄະລາກອນການແພດໃນພື້ນທີ່ແນວໜ້າ ແລະ ປະຊາຊົນຜູ້ອາຍຸສູງ ຫລື ມີບັນຫາສຸຂະພາບ ເຊິ່ງມີຄວາມສ່ຽງຕໍ່ໂຄວິດ-19 ຫລາຍກວ່າກຸ່ມອື່ນໆ.