ເບິ່ງຄືນໂຮງອົບນວດແອບແຝງຫລາຍຢ່າງ


ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ ຫລາຍຄົນກໍອາດຈະໄດ້ເຫັນ, ບັນດາຮ້ານອົບນວດຕ່າງໆ ໄດ້ເກີດຂຶ້ນຫລາຍໃນຂອບເຂດ ນະຄອນຫລວງວຽງຈັນ ໂດຍສະເພາະໃນເຂດຊານເມືອງດັ່ງເສັ້ນ ທາງດົງນາໂຊກ ກໍມີຫລາຍຮ້ານ ທັງໃຫຍ່ ແລະ ນ້ອຍ ໂດຍສະເພາະແມ່ນການລົງທຶນຂອງຄົນຕ່າງປະເທດ, ແສງໄຟແສງສີຍິບໆຍັບໆເຫລື້ອມຈົນເສຍຕາ, ແລງໆມາກໍຈະເຫັນຜູ້ເຂົ້າໃຊ້ບໍລິການດ້ວຍຫລາຍຮູບແບບບາງຄົນກໍນວດແຕ່ບາງຄົນພັດໄປນວດເຂົາ, ເບິ່ງແລ້ວຢ່າງອຶກກະທຶກ, ສຽງຫົວສຽງຮ້ອງນັນແຊວໆໄປຈົນເດີກດື່ນທ່ຽງຄືນ ໂດຍບໍ່ເກງກົວຕໍ່ລະບຽບການ ແລະ ອຳນາດການປົກຄອງແຕ່ຢ່າງໃດ, ບາງບ່ອນຈົນກາຍເປັນຮ້ານໂສເພນີໄປກໍມີ, ຈຸດນີ້ເບິ່ງຢ່າງໜຶ່ງຄືເບື້ອງອຳນາດການປົກຄອງເຮົາກໍຮັບຮູ້ແຕ່ເຮັດແບບຫູນວກກິນຟານໄປກໍມີ ແລະ ບໍ່ຮູ້ວ່າຍ້ອນຫຍັງ.
ທັ້ງໆ ທີ່ການເຄື່ອນໄຫວຂອງບັນດາຮ້ານອົບນວດເຫລົ່ານັ້ນບໍ່ຖືກຕ້ອງລະບຽບການ ແລະ ເປັນຈຸດກໍໃຫ້ເກີດສິ່ງຫຍໍ້ທໍ້ຕ່າງໆຕາມມາ ຖ້າປະປ່ອຍໃຫ້ມີການປະພືດແບບນີ້ແກ່ຍາວໄປບໍ່ຮູ້ວ່າສັງຄົມບ້ານເມືອງເຮົາຈະເປັນໄປແນວໃດ.
ດັ່ງນັ້ນຈິ່ງຂໍສະເໜີໃຫ້ຂະແໜງມະຫາພາກກ່ຽວຂ້ອງເອົາໃຈໃສ່ກວດກາຄຸ້ມຄອງ ແລະ ມີມາດຕະການສະກັດກັ້ນສິ່ງບໍ່ຈົບງາມດັ່ງກ່າວຈະບໍ່ບານປາຍດັ່ງສຸພາສິດເພີ່ນວ່າ: ຕ້ອງຕັດໄຟແຕ່ຕົ້ນ ລົມຈິ່ງຈະມີຜົນ.