ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຈະຊ່ວຍກະຕຸ້ນ ຕໍ່ການຂະຫຍາຍຕົວ ຂອງເສດຖະກິດ

ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ, ເຊິ່ງເລີ່ມເປີດໃຫ້ບໍລິການແກ່ສັງຄົມຢ່າງເປັນທາງການໃນວັນທີ 20 ທັນວາ 2020 ເປັນຕົ້ນໄປ ຈະກາຍເປັນສ່ວນໜຶ່ງທີ່ສໍາຄັນ ໃນການປະກອບ ສ່ວນເຂົ້າໃນການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ, ລວມທັງເປັນການກະຕຸ້ນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດນະຄອນຫລວງວຽງຈັນ, ແຂວງວຽງຈັນ ກໍຄື ສປປ ລາວ ໃນຕໍ່ໜ້າ.
ພາຍຫລັງເປີດໃຊ້ຢ່າງເປັນທາງການແລ້ວ, ເສັ້ນທາງດ່ວນແຫ່ງນີ້ ຈະສ້າງສິ່ງອຳນວຍຄວາມສະ ດວກໃຫ້ແກ່ການຄົມມະນາຄົມ-ຂົນສົ່ງ, ສ້າງທາງເລືອກໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງດ້ວຍຄວາມສະດວກສະບາຍ, ວ່ອງໄວ, ປະຢັດເວ ລາ ແລະ ມີຄວາມຮັບປະກັນຫລາຍຂຶ້ນກວ່າເກົ່າ.
ການເດີນທາງແຕ່ນະຄອນຫລວງວຽງຈັນ ຫາ ວັງວຽງ ເຊິ່ງຖ້າຫາກນຳໃຊ້ທາງດ່ວນ ແມ່ນຈະໃຊ້ເວລາປະມານໜຶ່ງຊົ່ວໂມງເທົ່ານັ້ນ ແລະ ເມື່ອທຽບກັບການນຳໃຊ້ເສັ້ນທາງເດີມແລ້ວ ຄື ເສັ້ນທາງເລກທີ 13 ເໜືອ ແມ່ນຈະປະຢັດເວລາເຖິງສອງຊົ່ວໂມງກວ່າ. ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109,11 ກິໂລແມັດ, ລວມມູນຄ່າການລົງທຶນປະມານ 1,3 ຕື້ໂດລາສະຫະລັດ, ມີ 4 ຊ່ອງຈາລະຈອນ (2 ແລວໄປ-ກັບ) ແລະ ອອກແບບຄວາມໄວໃນລະຫວ່າງ 80-100 ກິໂລແມັດຕໍ່ຊົ່ວ ໂມງ, ປະກອບມີຈຸດເຊື່ອມຕໍ່ທັງໝົດ 7 ແຫ່ງ, ຈຸດເກັບເງິນ 8 ແຫ່ງ (ນະຄອນຫລວງວຽງຈັນ, ບ້ານນາຊອນ, ບ້ານບົວ, ບ້ານສະກ້າ, ບ້ານໂພນໂຮງ, ບ້ານຫີນເຫີບ, ບ້ານທ່າເຮືອ ແລະ ວັງວຽງ).
ການຄິດໄລ່ຄ່າຜ່ານທາງດ່ວນ ປະກອບມີ 4 ປະເພດລົດ ຄື: 7 ບ່ອນນັ່ງລົງມາແມ່ນ 600 ກີບ/ກິໂລແມັດ, 8-19 ບ່ອນນັ່ງແມ່ນ 1.000 ກີບ/ກິໂລແມັດ, 20-39 ບ່ອນນັ່ງແມ່ນ 1.400 ກີບ/ກິໂລແມັດ ແລະ 40 ບ່ອນນັ່ງຂຶ້ນເມືອແມ່ນ 2.000 ກີບ/ກິໂລແມັດ.