ແຂວງວຽງຈັນອະໄພຍະໂທດໃຫ້ນັກໂທດທີ່ສ້າງຕົນເອງດີ


ພິທີອະໄພຍະໂທດປະຈຳປີ 2020 ໄດ້ຈັດຂຶ້ນຢູ່ທີ່ຄ້າຍຄຸມຂັງດັດສ້າງ ແຂວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ປະທານແນວລາສ້າງຊາດ ແຂວງວຽງຈັນ, ມີທ່ານ ບຸນຄ້ຳ ທຳມະວົງ ປະທານອົງການໄອຍະການປະຊາຊົນແຂວງ, ມີຕາງຫນ້າຈາກອົງການນິຕິບັນຍັດ, ທະຫານ, ຕຳຫລວດ ແລະ ນັກໂທດທີ່ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວເຂົ້າຮ່ວມ.
ທ່ານ ທອງໃບ ສຸທໍາມະວົງ ຮອງຫົວຫນ້າອົງການໄອຍະການປະຊາຊົນແຂວງວຽງຈັນ ໄດ້ຂຶ້ນຜ່ານການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈຳປີ 2020 ແລະ ແຜນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈຳປີ 2021, ຄະນະກຳມະການອະໄພຍະໂທດແຂວງວຽງຈັນ ໄດ້ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈຳປີ 2020 ຄະນະກໍາມະການອະໄພຍະໂທດແຂວງວຽງຈັນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໄປຕາມຂັ້ນຕອນ, ລະບຽບການ ແລະ ເຮັດເປັນໝູ່ຄະນະ, ມີຄວາມຮັບປະກັນ, ຖືກຕ້ອງ, ໂປ່ງໃສ ແລະ ໄວກວ່າປີຜ່ານມາ.
ຮອດວັນທີ 30 ພຶດສະພາ 2020 ທົ່ວແຂວງວຽງຈັນ ມີນັກໂທດທັງໝົດ 818 ຄົນ, ຍິງ 105 ຄົນ,ຕ່າງປະເທດ 1 ຄົນ, ຍິງ 2ຄົນ (ສັນຊາດໄທ), ນັກໂທດຂໍ້ຫາຢາເສບຕິດມີຈຳນວນ 595 ຄົນ, ຍິງ101ຄົນ, ຕ່າງປະເທດ 1 ຄົນ, ນັກໂທດຕະຫລອດຊີວິດມີ 1 ຄົນ, ນັກໂທດຂໍ້ຫາທົ່ວໄປ 223 ຄົນ, ຍິງ 4ຄົນ, ນັກໂທດທີ່ໄດ້ສະເໜີໃຫ້ອະໄພຍະໂທດຕາມລັດຖະດໍາລັດຂອງປະທານປະເທດປະຈຳປີ 2020 ມີທັງໝົດ 169 ຄົນ, ຍິງ 28 ຄົນ, ໃນນີ້ມີ 2 ປະເພດຄື: ນັກໂທດທີ່ໄດ້ຮັບການສະເໜີໃຫ້ອະໄພຍະໂທດຫຼຸດຜ່ອນໂທດມີຈຳນວນ 132 ຄົນ, ຍິງ 21 ຄົນ ໂຕນໜີຈາກຄ້າຍຄຸມຂັງ 1 ຄົນ ແລະ ຍ້າຍຊື່ໄປຢູ່ບັນຊີໃຫ້ອະໄພຍະໂທດປ່ອຍຕົວ 1 ຄົນ, ປັດຈຸບັນໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດຕົວຈິງມີ 130 ຄົນ, ຍິງ 21 ຄົນ.
ນັກໂທດຂໍ້ຫາຢາເສບຕິດມີຈຳນວນ 129 ຄົນ, ຍິງ 21 ຄົນ, ນັກໂທດຂໍ້ຫາທົ່ວໄປຈໍານວນ 1 ຄົນ, ນັກໂທດທີ່ໄດ້ສະເໜີໃຫ້ອະໄພຍະໂທດປ່ອຍຕົວໃນຈຳນວນ 37 ຄົນ, ຍິງ 7 ຄົນ ແມ່ນໄດ້ຮັບຈັດຕັ້ງປະຕິບັດພິທີປະກາດໃຫ້ອະໄພຍະໂທດປ່ອຍຕົວ ໃນວັນທີ 8 ທັນວາ 2020 ແລ້ວຊຶ່ງເປັນການແກ້ໄຂຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂກວິດ-19 ຕາມລັດຖະດໍາລັດຂອງປະທານປະເທດສະບັບເລກທີ 201/ປປທ, ລົງວັນທີ 11 ພະຈິກ 2020 ແລະ ແຈ້ງການຂອງກົມຕໍາຫຼວດຄ້າຍຄຸມຂັງ-ດັດສ້າງ ສະບັບເລກທີ 3991/ກດສ, ລົງວັນທີ 20 ພະຈິກ 2020.
ທັງນີ້ກໍເພື່ອເປັນການປະຕິບັດຕາມລັກຖະດໍາລັດຂອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2020 ຄົບຮອບ 45 ປີ.