ອົງການກາແດງລາວ ມອບເຄື່ອງຊ່ວຍເຫລືອ ເມືອງກະລືມ,ລະມາມ ແລະ ເມືອງ ດາກຈຶງ ມູນຄ່າ 162 ລ້ານກວ່າກີບ


ໃນວັນທີ 18 – 23 ທັນວາ 2020, ອົງການກາແດງລາວໄດ້ຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 162 ລ້ານກວ່າກີບ ໃຫ້ເມືອງກະລຶມ, ເມືອງລະມາມ ແລະ ເມືອງດາກຈຶງ ແຂວງເຊກອງ ມີປະຊາຊົນໄດ້ຮັບຜົນກະທົບຈາກໄພພິບັດນຳ້ຖ້ວມ 3,712ຄົນ,ຍິງ 1,838 ຄົນ, 687 ຄອບຄົວ ເພື່ອຊ່ວຍເຫລືອບັນເທົາທຸກແກ້ໄຂເບື້ອງຕົ້ນ ແນໃສ່ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນ ກັບມາເປັນປົກກະຕິໂດຍໄວ.
ໃຫ້ກຽດມອບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ແລະ ກ່າວຮັບໂດຍ ທ່ານ ຮອງເຈົ້າເມືອງທັງສອງເມືອງ, ມີພະນັກງານທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມ, ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບ ມີ: ເຂົ້າສານ, ນຳ້ດື່ມ,ປາກະປ໋ອງ,ໝີ່,ເຄື່ອງສຸຂະອະນາໄມ ແລະ ອື່ນໆ, ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ.
ໂອກາດນີ້, ທ່ານ ຮອງປະທານອົງການກາແດງລາວ ກໍໄດ້ຍ້ອງຍໍຊົມເຊີຍການນຳພັກ-ລັດ ແຂວງ ເຊກອງ, ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນເອົາໃຈໃສ່ໃນການແກ້ໄຂ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຊິ່ງສະແດງໃຫ້ເຫັນມູນເຊື້ອອັນດີງາມ, ນຳ້ໃຈສາມັກຄີ ແລະ ຄວາມເອື້ອເຟື້ອແຜ່ຂອງປະຊາຊົນລາວເຮົາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.



