ນັບແຕ່ມື້ນີ້ 28 ທັນວາ ຍີ່ປຸ່ນຫ້າມຄົນຕ່າງປະເທດເຂົ້າປະເທດ

ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫຼວງ ໂຕກຽວ ວັນທີ 28 ທັນວານີ້ວ່າ ຍີ່ປຸ່ນ ອອກປະກາດຫ້າມຄົນຕ່າງປະເທດເຂົ້າໄປໃນປະເທດຕົນ ນັບແຕ່ວັນທີ 28 ທັນວານີ້ເປັນຕົ້ນໄປ ແກ່ຍາວຈົນເຖິງເດືອນ ມັງກອນ 2021.
ເນື່ອງຈາກວ່າ ໄດ້ເກີດມີ ໄວຣັດ ໂຄໂຣນາ ກາຍພັນ ຊະນິດໃໝ່ເກີດຂຶ້ນຢູ່ປະເທດ ອັງກິດ. ວັນທີ 26 ທັນວາ ຍີ່ປຸ່ນຈິ່ງ ໄດ້ອອກແຈ້ງການຫ້າມຄົນຕ່າງປະເທດເຂົ້າໄປໃນ ຍີ່ປຸ່ນ ຊົ່ວຄາວ.
ສ່ວນຊາວ ຍີ່ປຸ່ນ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດ ຍາວນານໃນ ຍີ່ປຸ່ນ ແມ່ນສາມາດເຂົ້າໄປໃນຍີ່ປຸ່ນໄດ້ ດ້ວຍເງື່ອນໄຂ: ມີຂໍ້ມູນຜ່ານການກວດກາຫາເຊື້ອທີ່ເປັນຜົນລົບ ໃນຮອບ 72 ຊົ່ວໂມງ ກ່ອນຈະເຂົ້າມາໃນຍີ່ປຸ່ນ ແລະ ຈະຕ້ອງໄດ້ກັກຕົວເປັນເວລາ 2 ອາທິດ ພາຍຫຼັງເຂົ້າມາແລ້ວ.
ວັນທີ 25 ທັນວາ ໂທລະພາບ Nippon TV ລາຍງານວ່າ ຍີ່ປຸ່ນ ພົບເຫັນ 2 ຄົນ ຕິດເຊື້ອ ໂຄວິດ-19 ກາຍພັນ ເດີນທາງມາຈາກ ອັງກິດ ໄດ້ເຮັດໃຫ້ຫຼາຍຄົນເກີດຄວາມກັງວົນ ແລະ ຢ້ານກົວ ໃນຂະນະທີ່ ຍີ່ປຸ່ນ ກຳລັງມີການລະບາດຂອງເຊື້ອໄວຣັດໂຄໂຣນາ ເພີ່ມຂຶ້ນ.
ຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ໄດ້ຈົນໝົດເດືອນ ມັງກອນ 2021, ເຖິງຢ່າງໃດກໍດີ ໜັງສືພິມ Japan Times ຍັງໃຫ້ຮູ້ວ່າ ຄຳສັ່ງດັ່ງກ່າວມີການໂຍະຍານກັບຊາວຕ່າງປະເທດທີ່ເດີນທາງມາຈາກ ສປ ຈີນ, ເກົາຫຼີໃຕ້, ໄທ, ຫວຽດນາມ, ໄຕ້ຫວັນ ແລະ ຊາດອື່ນໆ ທີ່ລັດຖະບານຍີ່ປຸ່ນມີຂໍ້ຕົກລົງຜ່ອນຜັນການໄປ-ມາລະຫວ່າງກັນ.