ສິງກະໂປ ເລີ່ມສັກວັກຊີນແລ້ວ
December 31, 2020 - 12:16 PM

ໜັງສືພິມ Straits Times ລາຍງານ ວັນທີ 30 ທັນວານີ້ວ່າ ສິງກະໂປເລີ່ມສັກວັກຊີນແຕ່ມື້ນີ້ແລ້ວ(30 ທັນວາ 2020). ນາງພະຍາບານ Sarah Lim ອາຍຸຸ 46 ປີ ແມ່ນໜຶ່ງໃນຈຳນວນແພດໝໍ ເລືອກເຟັ້ນຜູ້ຕິດເຊື້ອ ໂຄວິດ-19 ຢູ່ໃນສູນພະຍາດຕິດຕໍ່ແຫ່ງຊາດ (NCID) ເປັນຜູ້ໄດ້ຮັບສັກວັກຊີນເປັນຄົນທຳອິດ.
ທ່ານກ່າວວ່າ “ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ເປັນຄົນທຳອິດທີ່ໄດ້ສັກວັກຊີນ ແລະ ຂ້າພະເຈົ້າກໍຈະລະດົມໃຫ້ທຸກຄົນເຮັດຄືກັນກັບຂ້ອຍ. ສັກວັກຊີນ ມັນບໍ່ເຈັບ, ຂ້ອຍຢາກສັກວັກຊີນ ເພື່ອປ້ອງກັນຕົນເອງ ແລະ ປ້ອງກັນຄົນທີ່ຕົນຮັກ…”.
ນອກຈາກ ພະຍາບານ Lim ແລ້ວ, ຍັງມີແພດໝໍອີກປະມານ 40 ຄົນຢູ່ໃນສູນພະຍາດຕິດຕໍ່ແຫ່ງຊາດ (NCID) ກໍໄດ້ສັກວັກຊີນຈາກບໍລິສັດ Pfizer ຂອງສະຫະລັດ ແລະ BioNTech ຂອງເຢຍລະມັນເຊັ່ນດຽວກັນ.
ການສັກວັກຊີນ ແມ່ນສັກ 2 ເຂັມ ຫ່າງກັນ 21 ວັນ. ຖ້າຜູ້ໃດໄດ້ສັກມື້ນີ້(30ທັນວາ 2020 ກໍຈະໄປສັກເຂັມທີ ສອງໃນວັນທີ 20 ມັງກອນ 2021.