ເສດຖີເງິນຕື້ ຜະລິດນໍ້າດື່ມບັນຈຸຂວດ ຊາວຈີນ ຮັ່ງທີ່ສຸດໃນ ອາຊີ


Zhong Shanshan ຊາວຈີນ ແຊງໜ້າຜູ້ປະກອບການຂອງ ອິນເດຍ Mukesh Ambani ແລະ ເສດຖີເງິນຕື້ ເທັກໂນໂລຊີ ຂອງຈີນຫຼາຍຄົນ ຈົນກາຍເປັນຜູ້ທີ່ຮັ່ງທີ່ສຸດ ໃນອາຊີ.
Bloomberg Billionaires Index ໃຫ້ຮູ້ວ່າ ມູນຄ່າຊັບສິນຂອງ Zhong ເພີ່ມຂຶ້ນ ຈາກ 70,9 ຕື້ໂດລາ ໃນປີນີ້ ເປັນ 77,8 ຕື້ໂດລາ ສະຫະລັດ, ຈົນກາຍເປັນຜູ້ທີ່ຮັ່ງມີທີ່ສຸດໃນ ອາຊີ ແລະ ເປັນອັນດັບທີ 11 ຂອງໂລກ. Bloomberg ຢືນຢັນວ່າ ນີ້ແມ່ນມູນຄ່າຊັບສິນທີ່ເພີ່ມຂຶ້ນໄວທີ່ສຸດໃນປະຫວັດສາດ. ແຕ່ເຂົາບໍ່ທັນມີຊື່ສຽງໂດ່ງດັງພໍປານໃດ ນອກຈາກຢູ່ພາຍໃນຈີນເທົ່ານັ້ນ.
ປີນີ້ Zhong ອາຍຸ 66 ປີ, ເຂົາເປັນຄົນມິດງຽບ, ບໍ່ຫຼີ້ນການເມືອງ ແລະ ທຸລະກິດຂອງເຂົາກໍບໍ່ມີການພົວພັນຊື່ງກັນ ແລະ ກັນ ຄືກັບຜູ້ປະກອບການຄົນອື່ນໆ. ນັ້ນຄືສາເຫດທີ່ໃຫ້ເຂົາເອີ້ນສາຍານາມຕົນເອງວ່າ “ໝາໄນບໍ່ມີຝູງ”.
ຊ່ວງເດືອນ ເມສາ ທີ່ຜ່າມາ, ເຂົາຜະລິດ IPO ໃຫ້ກັບບໍລິສັດຢາ Beijing Wantai Biological Pharmacy Enterprise. ຫຼັງຈາກນັ້ນບໍ່ດົນ, ເຂົາກໍຜະລິດນໍ້າດື່ມບັນຈຸຂວດ Nongfu Spring ອອກສູ່ສັງຄົມ ແລະ ໄດ້ກາຍເປັນໜຶ່ງໃນ ຊື່ດັງທີ່ສຸດຢູ່ໃນ ຮົງກົງ. ຫຸ້ນ Nongfu ເພີ່ມຂຶ້ນ 155% ນັບແຕ່ມື້ມີຊື່ສຽງເປັນຕົ້ນມາ. ສ່ວນ Wantai ເພີ່ມຂຶ້ນ 2.000%.
ຫຸ້ນ Nongfu ໃນອາທິດນີ້ ພຸ່ງຂຶ້ນສູງສຸດ ພາຍຫຼັງ Citigroup ຢືນຢັນວ່າ ບໍລີສັດດັ່ງກ່າວ ໄດ້ຄອບຄອງຕະຫຼາດ ແລະ ມີເງິນໝູນວຽນຢ່າງຫຼວງຫຼາຍ. ສ່ວນ Wantai ກໍກຳລັງໄດ້ຮັບຄວາມນິຍົມຊົມຊອບ ຍ້ອນມີການຜະລິດວັກຊີນ ໂຄວິດ-19.
ຜູ້ປະກອບການຂອງ ອິນເດຍ Mukesh Ambani ກໍມີຜົນສຳເລັດທີ່ໜ້າເພີ່ງພໍໃຈ ເນື່ອງຈາກມີການຫັນປ່ຽນ ພະລັງງານ Reliance Industries ມາເປັນບໍລິສັດດ້ານເທັກໂນໂລຊີ ແລະ ການຄ້າ ເອເລັກໂຕຣນິກ. ຊັບສິນຂອງເຂົາເພີ່ມຂຶ້ນຈາກ 18,3 ຕື້ ໂດລາມາເປັນ 76,9 ຕື້ໂດລາ. Ambani ໄລຍະຜ່ານມາເຄີຍຢູ່ອັນດັບ 4 ຂອງໂລກ. ແຕ່ຫຸ້ນຂອງ Reliance ຈຶ້ງຢູ່ບ່ອນເກົ່າ ອັນເນື່ອງມາຈາກ Ambani ຖືກກົດດັນໃຫ້ຫັນປ່ຽນເປັນ ດິຈີຕອນ.
ຂະນະນີ້ Zhong ໄດ້ຕີຖອຍຄູ່ແຂ່ງລຽນຕິດ ແລະ ໄດ້ຈັດຢູ່ໃນປະເພດຄົນຮັ່ງມີທີ່ສຸດໃນອາຊີ , ຂະນະທີ່ເສດຖິເງິນຕື້ ເທັກໂນໂລຊີຂອງຈີນຫຼາຍຄົນ ກຳລັງ ດີ້ນດົນ ເພາະມີການຄວບຄຸມທີ່ເຂັ້ມດ້ານອິນເຕີເນັດ. Jack Ma ມີພຽງແຕ່ 51,2 ຕື້ໂດລາ ຫຼຸດລົງຈາກ 61,7 ຕື້ໂດລາໃນຊ່ວງເດືອນຕຸລາ ທີ່ຜ່ານມາ.