ວຽກງານການສຶກສາເຂດຊົນນະບົດໄດ້ຮັບການປັບປຸງດີຂຶ້ນ


ກົມແຜນການກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ກໍຄືພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫລວງໃນທົ່ວປະເທດ ໄດ້ເອົາໃຈໃສ່ຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ ແລະ ວຽກງານຈຸດສຸມຕ່າງໆຢ່າງຕັ້ງໜ້າ ໂດຍສະເພາະການຂະຫຍາຍໂຮງຮຽນອະນຸບານ, ຫ້ອງກຽມປະຖົມ, ຫ້ອງຮຽນປະຖົມ ແລະ ມັດທະຍົມ, ພ້ອມທັງຈັດສັນຄູສອນໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ, ພ້ອມທັງສຸມໃສ່ຈັດຕັ້ງແຜນພັດທະນາການສອນນອກໂຮງຮຽນ, ການຈັດການຮຽນ-ການສອນບໍາລຸງຊັ້ນປະຖົມໃຫ້ແກ່ເດັກນ້ອຍກຸ່ມເປົ້າໝາຍໃນເກນອາຍ 6-14 ປີທີ່ພາດໂອກາດທາງການສຶກສາຢູ່ທ້ອງຖິ່ນຕ່າງໆ, ລົງຊຸກຍູ້ການຮຽນ-ການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງຊັ້ນປະຖົມໃຫ້ປະຊາຊົນຢູ່ 11 ແຂວງ ແລະ ສືບຕໍ່ຈັດການຮຽນ-ການສອນຊັ້ນມັດທະຍົມສຶກສາຕອນຕົ້ນບໍາລຸງໃຫ້ກຸ່ມເປົ້າໜາຍຊາວໜຸ່ມ ແລະ ຜູ້ດ້ອຍໂອກາດຢູ່ 30 ແຫ່ງໃນຂອບເຂດທົ່ວປະເທດ, ໄປຄຽງຄູ່ກັບການປັບປຸງຫລັກສູດລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບໍາລຸງຊັ້ນປະຖົມລະດັບ 1, 2 ແລະ 3 ທີ່ໄດ້ຮັບການອະນຸມັດນໍາໃຊ້ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້ ໄດ້ສໍາເລັດການປັັບປຸງຫຼັກສູດເຝິກອົບຮົມຊ່າງໄມ້ ແລະ ສໍາເລັດການຂຽນປຶ້ມແບບຮຽນ ແລະ ປຶ້ມຄູ່ມືຊັ້ນມັດທະຍົມສຶກສາຕອນປາຍບໍາລຸງ ມ.7 ຈໍານວນ 10 ວິຊາ.