Facebook-Google-Microsoft ໂຈະໃຫ້ເງິນສະໜັບສະໜູນການເມືອງ ເຫດບຸກລັດຖະສະພາອາເມລິກາ
ໃນວັນທີ 11 ມັງກອນ, Facebook, Google ແລະ Microsoft ປະກາດໂຈະການຈັດສັນເງິນສະໜັບສະໜູນທາງການເມືອງແກ່ຄະນະກຳມະການດຳເນີນການທາງການເມືອງ (PAC) ເນື່ອງຈາກເຫດຈະລາຈົນທີ່ກຸ່ມຜູ້ສະໜັບສະໜູນປະທານາທິບໍດີ ໂດນັລ ທຣຳ ບຸກອາຄານລັດຖະສະພາໃນອາທິດກ່ອນ.
“ເນື່ອງຈາກເຫດການຄວາມຮຸນແຮງຢູ່ນະຄອນຫລວງວໍຊິງຕັນ ດີຊີ ໃນອາທິດກ່ອນ ພວກເຮົາໂຈະການສົ່ງເງິນສະໜັບສະໜູນຄະນະກຳມະການດຳເນີນງານທາງການເມືອງທັງໝົດ ຢ່າງໜ້ອຍໃນໄຕມາດນີ້ ພ້ອມທົບທວນນະໂຍບາຍຕ່າງໆທີ່ກ່ຽວຂ້ອງ” ທ່ານ ແອນດີ ສະໂຕນ ໂຄສົກ Facebook ກ່າວ.
Google ຂອງ Alphabet Inc ລະບຸວ່າ: ໂຈະການສົ່ງເງິນສະໜັບສະໜູນຄະນະກຳມະການດຳເນີນງານທາງການເມືອງເຊັ່ນກັນ ໂດຍໂຄສົກ Google ລະບຸວ່າ: “ພວກເຮົາໄດ້ໂຈະການສົ່ງເງິນສະນັບສະໜູນທາງການເມືອງແກ່ຄະນະກຳມະການດຳເນີນງານທາງການເມືອງທັງໝົດ ພ້ອມທົບທວນ ແລະ ແກ້ໄຂນະໂຍບາຍຕ່າງໆ ຫລັງເກີດເຫດການທີ່ໜ້າກັງວົນໃນອາທິດກ່ອນ”.
ສ່ວນ Microsoft ລະບຸວ່າ: ຈະໂຈະການສົ່ງເງິນສະໜັບສະໜູນທາງການເມືອງຈົນກວ່າຈະປະເມີນປັດໄຈທີ່ກ່ຽວຂ້ອງກັບເຫດການເມື່ອອາທິດກ່ອນສຳເລັດ.