ໄຕ້ຝຸ່ນນັນມາດອນ ຖະຫລົ່ມພາກໃຕ້ຍີ່ປຸ່ນ


ທາງການຍີ່ປຸ່ນລະດົມກຳລັງເຈົ້າໜ້າທີ່ລົງພື້ນທີ່ໃນພາກພື້ນເກາະຄິວຊູ ທີ່ຢູ່ທາງຕອນໃຕ້ຂອງປະເທດ ເພື່ອຊ່ວຍເຫລືອປະຊາຊົນທີ່ກຳລັງເດືອດຮ້ອນຢ່າງໜັກຈາກອິດທິພົນຂອງໄຕ້ຝຸ່ນນັນມາດອນ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຟຸກຸໂອກະ ປະເທດຍີ່ປຸ່ນ ໃນວັນທີ 6 ກໍລະກົດນີ້ວ່າ: ທ່ານ ໂຢຊິຮິເດະ ຊີກະ ເລຂາທິການຄະນະລັດຖະບານຍີ່ປຸ່ນ ຖະແຫລງໃນວັນທີ 6 ກໍລະກົດວ່າ: ລັດຖະບານມີຄຳສັ່ງລະດົມກຳລັງເຈົ້າໜ້າທີ່ທັງທະຫານ, ຕຳຫລວດ ແລະ ອາສາສະໝັກພົນລະເຮືອນ ຫລາຍກວ່າ 7.500 ຄົນ ລົງພື້ນທີ່ໃນພາກພື້ນເກາະຄິວຊູ ທີ່ຢູ່ທາງຕອນໃຕ້ຂອງປະເທດ ເພື່ອໃຫ້ການຊ່ວຍເຫລືອປະຊາຊົນໃນພື້ນທີ່ ເຊິ່ງໄດ້ຮັບຄວາມເດືອດຮ້ອນຢ່າງໜັກຈາກອິດທິພົນຂອງໄຕ້ຝຸ່ນນັນມາດອນ ທີ່ຂຶ້ນຝັ່ງບໍລິເວນແຂວງຟຸກຸໂອກະ ທີ່ຢູ່ທາງຕາເວັນອອກສຽງໃຕ້ ໃນວັນທີ 5 ກໍລະກົດ.


ທັງນີ້, ອິດທິພົນຂອງພາຍຸສົ່ງຜົນໃຫ້ເກີດຝົນຟ້າຄະນອງຮຸນແຮງ ທີ່ມີປະລິມານນ້ຳຝົນສູງເຖິງ 774 ມິນລີແມັດ ພາຍໃນໄລຍະເວລາພຽງ 9 ຊົ່ວໂມງ ຫລາຍກວ່າປະລິມານນ້ຳຝົນສະເລ່ຍໃນເດືອນກໍລະກົດຂອງຍີ່ປຸ່ນເຖິງ 2,2 ເທົ່າ. ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ, ຍັງສູນຫາຍຫລາຍກວ່າ 10 ຄົນ ແລະ ອີກຫລາຍກວ່າ 400.000 ຄົນຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສ.
ສ່ວນສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ອອກປະກາດເຕືອນໄພການເກີດດິນເຈື່ອນ ແລະ ນ້ຳຖ້ວມກະທັນຫັນໃນພື້ນທີ່ແຂວງຟຸກຸໂອກະ ແລະ ແຂວງໂອອິຕະ ພ້ອມທັງພະຍາກອນວ່າຝົນຈະຍັງຕົກລົງມາຢ່າງໜັກຢູ່ເກາະຄິວຊູ ແລະ ເກາະຂະໜາດນ້ອຍທີ່ຢູ່ໃກ້ຄຽງຈົນຮອດວັນທີ 7 ກໍລະກົດນີ້.

