ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI - 139567246 1538595249677583 6459195491929156517 o - ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI
ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI - kitchen vibe - ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ກອງ​ປະຊຸມ​ໃຫຍ່​ ​ໄດ້​ມີ​ຄວາມເປັນ​ເອກະ​ພາບ​ຢ່າງ​ສົມບູນ​ ຕໍ່ລາຍ​ງານ​ການ​ເມືອງ ຂອງ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກ​ສະ​ໄໝ​ທີ X ​ເປັນ​ຕົ້ນ ​ແມ່ນ​ທັດສະນະ ​ການ​ຕີ​ລາຄາຜົນ​ໄດ້​ຮັບ ໃນ​ການຈັດ​ຕັ້ງ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງພັກ ​ແລະ ​ປະ​ເມີນຢ່າງກວມລວມ ການ​ສ້າງບັນ​ດາປະຖົມປັດ​ໄຈ​ ໃຫ້​ແກ່​ການກ້າວ​ຂຶ້ນ​ສັງຄົມ​ນິຍົມໃນ​ຊຸມ​ປີ ​ທີ່​ຜ່ານ​ມາ ກໍ​ຄື​ບັນດາ​ຂໍ້​ສະຫລຸບ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ຈາກ​ພຶດຕິ​ກໍາຕົວຈິງ, ພ້ອມກັນນັ້ນ ກໍໄດ້ໃຫ້​ທິດ​ຊີ້​ນໍາຕໍ່​​ ແຜນ​ພັດທະນາ ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີIX.  ອັນ​ນີ້ ​ເປັນ​ການ​ຢັ້ງຢືນຢ່າງໜັກແໜ້ນວ່າ​​ ພັກ​ເຮົາ​ຍາມໃດກໍ​ຢຶດໝັ້ນ ໃນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກໍາ​ແໜ້ນ​ສະພາວະ​ ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຊາດ ກໍ​ຄື​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ຂອງ​ປະຊາຊົນລາວ​ບັນດາ​ເຜົ່າ ໃນ​ທົ່ວ​ປະ​ເທດ,  ມີ​ຄວາມ​ສະດຸ້ງ​ໄວຕໍ່​ບັນຫາ​ໃໝ່​ ທີ່​ເກີດ​ຂຶ້ນ ​ແລະ ​​ເສີມ​ຂະຫຍາຍ ​ຄວາມ​ປະດິດ​ສ້າງ​ ໃນ​ການ​ກໍານົດແນວທາງ​, ແຜນ​ນະ​ໂຍບາຍ​ຂອງ​ພັກ. ​ແນວທາງ​, ແຜນ​ນະ​ໂຍບາຍທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ​​ວາງ​ອອກ ​ແມ່ນ​ການ​ສືບທອດ ເພີ່ມເຕີມເສີມຂະຫຍາຍ ​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ ມີ​ຫລັກການ​ຂອງ​ພັກ​ເຮົາໃຫ້​ເປັນ​ລະບົບ ແລະ ບໍລິບູນຂຶ້ນເລື້ອຍໆ ແນໃສ່ສືບຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງຍິ່ງຂຶ້ນ ສ້າງການຫັນປ່ຽນ ຮອບດ້ານແຂງແຮງ ແລະ ເລິກເຊິ່ງ ເພື່ອກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ.

ກອງ​ປະຊຸມ​ໃຫຍ່​ຂອງ​ພວກ​ເຮົາ​​ ໄດ້​​ເປັນ​ເອກະ​ພາບ​ໃນ​ລະດັບ​ສູງ ຮັບຮອງ​ເອົາກົດ​ລະບຽບ​ສະບັບ​ປັບປຸງຂອງ​ພັກ. ກົດ​ລະບຽບ​ສະບັບ​ປັບປຸງໃໝ່​​ນີ້ ​​ເປັນ​​ທໍາ​ມະນູນຂອງພັກ ແລະ ແມ່ນແນວທາງການ ຈັດຕັ້ງຂອງພັກເຮົາ ທີ່ໄດ້ຮັບການບູລະນະ ໃຫ້ສອດຄ່ອງກັບແນວທາງ ການເມືອງຂອງພັກເຮົາ ທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກ ​ແນໃສ່​ຮັບປະກັນ​ໃຫ້ແກ່ ການ​ສ້າງ​ພັກ​ເຮົາໃຫ້​ມີ​ຄວາມ ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI - Visit Laos Visit SALANA BOUTIQUE HOTEL - ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI

ແໜ້ນ ເພື່ອຕອບສະໜອງ​ ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ໜ້າ​ທີ່​ການ​ເມືອງ​ໃນໄລຍະ​ໃໝ່.

ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ພວກ​ເຮົາໄດ້ຮັບ​ຟັງ​ ການ​ລາຍ​ງານ​ກ່ຽວ​ກັບ​ ການ​ສໍາ​ຫລວດການ​​ນໍາພາ​ລວມ ຂອງ​ຄະນະ​ບໍລິຫານ​ງານ​ ສູນ​ກາງ​ພັກສະ​ໄໝ​ທີ X ໃນ​ຖານະ​ທີ່​ເປັນ​ອົງ ການ​ນໍາ​ສູງ​ສຸດ ໃນລະຫວ່າງສອງ ກອງປະຊຸມໃຫຍ່ຂອງພັກ ​​ເຊິ່ງໄດ້​ເສີມ​ຂະຫຍາຍ ​ມູນ​ເຊື້ອ​ສາມັກຄີເປັນເອກະພາບ ພາຍ​ໃນ​ຢ່າງ​ໜັກ​

ແໜ້ນ, ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ທາງການ​ເມືອງ ຕໍ່​ພາລະກິດ​ປະຕິວັດ ແລະ ຊະ​ຕາ​ກໍາ​ຂອງ​ປະ​ເທດ​ຊາດ​ ​ເຮັດໃຫ້​​ຄວາມ​ສາມາດ​ນໍາພາ​ ​ແລະ ລັກສະນະ​ເປັນ ແບບຢ່າງນຳໜ້າຂອງ​ພັກເຮົາ ໄດ້ຮັບການ​ຍົກ​ສູງ​ຂຶ້ນຕື່ມ. ເຖິງວ່າສະພາບການສາກົນ ໄດ້ມີການຜັນແປໄປ ຢ່າງສະຫລັບສັບຊ້ອນ ບວກ​ໃສ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ​ຍັງ​ສືບ​ຕໍ່​ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດ ກໍມີສະພາບຄວາມຫຍຸ້ງຍາກຫລາຍ ປະການກໍຕາມ ແຕ່ຄະນະບໍລິຫານງານ ສູນກາງພັກສະ​ໄໝ​ທີ X ທີ່ມີສະຫາຍ  ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ນັ້ນ ກໍໄດ້ມີຄວາມຕັດສິນໃຈສູງ ນຳພາທົ່ວພັກ, ທົ່ວລັດ ແລະ ປວງຊົນຜ່ານຜ່າ ຄວາມຫຍຸ້ງຍາກເຫລົ່ານັ້ນ ​ເຮັດ​ໃຫ້​ປະ​ເທດ​ຊາດ ມີ​ສະຖຽນ​ລະ​ພາບ ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຢ່າງ​ໜັກ​ແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນ ໃນການນໍາພາ ພາລະກິດປະຕິວັດຂອງປະເທດເຮົາ ໄປຕາມທິດທາງ ​ຈຸດໝາຍທີ່ພັກ​ເຮົາວາງໄວ້ ແລະ ສາມາດ ບັນລຸຜົນ ສໍາເລັດທີ່ສໍາຄັນຫລາຍດ້ານ.

ກອງປະຊຸມໃຫຍ່ ໄດ້ດໍາເນີນການເລືອກຕັ້ງ ເອົາຄະນະບໍລິຫານງານ ສູນກາງພັກຊຸດໃໝ່ ຖືກຕ້ອງຕາມ ກົດລະບຽບຂອງພັກ, ຮັບປະກັນໃຫ້ມີ ໂຄງປະກອບ ບຸກຄະລາກອນທີ່ເໝາະສົມ, ບັນລຸໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກົມການ ເມືອງສູນກາງພັກ ໄດ້ກໍານົດໄວ້.  ບັນດາ​ສະຫາຍ​ທີ່​ຖືກ​ເລືອກ​ຕັ້ງ ​ເຂົ້າ​ໃນ​ສູນ​ກາງ​ສະ​ໄໝ​ທີ XIນີ້ ​ສ່ວນຫລາຍມີອາຍຸກະສຽນໜຸ່ມ, ລ້ວນແຕ່​ໄດ້​ຜ່ານ​ ການ​ຝຶກ​ຝົນ​ຫລໍ່​ຫລອມ​​ ແລະ ທົດສອບຜ່ານຂະບວນ ການຕົວຈິງໃນ​ໄລຍະ​​ຕໍ່ສູ້​ກູ້​ຊາດ​ ກໍຄືໄລຍະ​ແຫ່ງ​ການ ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ, ເປັນຜູ້ມີ​ມານະ​ຈິດ​ປະຕິວັດບຸກ, ​ມີຄວາມ​ໜັກ​ ແໜ້ນ​ທາງ​ດ້ານ​ການ​ເມືອງ,  ມີ​ປະສົບ​ການ​ໃນ​ການ​ນໍາພາ-ຊີ້ນໍາວຽກງານດ້ານຕ່າງໆ​;​ສະຫາຍ​ເຫລົ່າ​ນັ້ນ ລ້ວນ​ແຕ່​ແມ່ນ​ຜູ້ທີ່​ດີ​ເດັ່ນ, ຫ້າວຫັນ​ໃນ​ຂະ​ບວນການ, ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໄວ້​ວາງ​ໃຈ ​ຈາກສະມາຊິກ​ພັກ ​ແລະ ​ມະຫາຊົນ. ອັນ​ນີ້ ​ແມ່ນປັດ​ໄຈ​ສໍາຄັນ​ກວ່າ​ໝູ່ ຮັບປະກັນ​ຄວາມ​ເຂັ້ມ​ແຂງ​ ແລະ ການຍົກຄວາມສາມາດ ນໍາພາຂອງພັກເຮົາ ຂຶ້ນໄປ ສູ່ລະດັບໃໝ່ທີ່ມີລັກ ສະນະຕັດສິນຊີ້ຂາດ ຜົນສຳເລັດຕົວຈິງ ໃນ​ການຈັດ​ຕັ້ງ​ປະຕິບັດ​ ແນວທາງ, ແຜນນະໂຍບາຍ ທີ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XI ວາງ​ອອກ​.

ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ເຮົາ​ ໄດ້​ຮັບ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ, ອັນໄດ້​ຢັ້ງຢືນ​ຢ່າງ​ ຈະ​ແຈ້ງເຖິງຄວາມ​ສາມັກຄີ​ ເປັນ​ເອກະ​ພາບສູງ ​ແລະ ຄວາມ​ຮັບຜິດຊອບ​ ຢ່າງ​ເຕັມ​ປ່ຽມ​ຂອງ​ພັກ​ເຮົາ​ ໃນ​ການຕົກລົງ​ບັນຫາ​ໃຫຍ່ທີ່ສໍາຄັນ ​ແລະ ເປັນ​ພື້ນຖານ​ຂອງ​ພັກ, ຂອງການປະຕິວັດ ແລະ ຂອງ​ປະເທດຊາດ. ທຸກ​ບັນຫາ​ທີ່​ຍົກ​ຂຶ້ນ ​ໃນ​ກອງ​ປະຊຸມ​ໃຫຍ່ ລ້ວນ​ແຕ່​ໄດ້​ຮັບ​ການ ​ຄົ້ນຄວ້າ​ພິຈາລະນາ​ ຢ່າງ​ເລິກ​ເຊິ່ງ ​ແລະ ​ໄດ້​ຖືກ​ຮັບຮອງ​ເອົາ​ ຢ່າງ​ເປັນ​ເອກະສັນ. ພວກ​ເຮົາ​ມີ​ຄວາມ​ ພາກພູມ​ໃຈທີ່​ເຫັນ​ວ່າ  ກອງ​ປະຊຸມ​ໃຫຍ່​ ຄັ້ງ​ນີ້ ​ໄດ້​ຢືນ​ຢັນຢ່າງ​ໜັກ​ແໜ້ນ ໃນ​ການ​ສືບ​ຕໍ່​ຍຶດໝັ້ນ ​ແລະ ​ເສີມ​ຂະຫຍາຍ​ແນວທາງ​ ປ່ຽນ​ແປງ​ໃໝ່​ຮອບດ້ານ ​ມີ​ຫລັກການຂອງ​ພັກ​ເຮົາ ​ແນ​ໃສ່​ສ້າງ​ພື້ນຖານ ​ແລະ ທ່ວງທ່າໃໝ່​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ສືບ​ຕໍ່​ບູລະນະ​ລະບອບ ​ປະຊາທິປະ​ໄຕ​ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງ​ບັນດາ​ປະຖົມ​ປັດ​ໄຈ ​ເພື່ອ​ກ້າວຂຶ້ນສູ່ ຈຸດໝາຍ​ສັງຄົມ​ນິຍົມ​ຢ່າງໜັກແໜ້ນ.

ຜົນ​ສໍາ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ ​ໄດ້​ຢືນ​ຢັນ​ເຖິງ​ມານະ​ຈິດ ປະຕິວັດ​ອັນ​ແນ່ວ​ແນ່ ​ແລະ ທັດສະນະ​ຫລັກໝັ້ນຊົນຊັ້ນ ກໍາມະກອນ​ຢ່າງ​ສະເໝີ​ ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ເຮົາ ທີ່​ຍາມ​ໃດ​ກໍຈົງຮັກ​ພັກ ດີ​ຕໍ່​ຜົນ​ປະ​

ໂຫຍ​ດຂອງ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ອັນແຮງກ້າຂອງ ​ປະຊາຊົນ​ບັນດາ​ເຜົ່າ. ພ້ອມ​ກັນ​ນັ້ນ ກໍ​ສ່ອງ​ແສງ​ ໃຫ້​ເຫັນ​ເຖິງ​ຄວາມ ​ບຸກບືນສູ້ຊົນ ດ້ວຍຄວາມເປັນເຈົ້າການ ​ແລະ ຄວາມຮັບ​ຜິດຊອບ​ສູງ ຂອງ​ຜູ້​ແທນ​ ກອງ​ປະຊຸມໃຫຍ່​ທຸກ​ສະຫາຍ ກໍ​ຄືທຸກ​ພາກສ່ວນ​ ທີ່​ໄດ້​ຕັ້ງໜ້າ​ກະກຽມ ​ເຮັດໃຫ້​ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ຂອງພັກເຮົາສາມາດ​ດໍາ​ເນີນ​ໄປ​ດ້ວຍ​ດີ ​ແລະ ມີ​ຜົນ​ສໍາ​ເລັດຕາມຄາດໝາຍ.

ພວກ​ເຮົາ​ປິິຕິຊົມຊື່ນ ​ແລະ ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່ທຸກພາກສ່ວນ, ພະນັກງານ, ສະມາຊິກ​ພັກ, ນັກປະຕິວັດອາວຸໂສ, ທະຫານ, ຕຳຫລວດ, ສື່ມວນຊົນ, ລັດຖະກອນ, ຕົວ​ແທນ​ຂອງ​ປະຊາຊົນ​ລາວບັນດາ​ເຜົ່າ ​ແລະ ບັນດາ​ຊັ້ນ​ຄົນ, ພາກ​ທຸລະ​ກິດ ນັບ​ທັງ​ລັດ ​ແລະ ​ເອກະ​ຊົນພາຍໃນ ກໍຄື ຕ່າງປະເທດ ທີ່​ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການ ກະກຽມວຽກຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ໄດ້​ນໍາ​ເອົາ​​ການ​ສະໜັບ ສະໜູນ​ອູ້ມຊູທາງ​​ດ້ານວັດຖຸ ​ແລະ ຈິດ​​ໃຈ ມາສູ່​ກອງ​ປະຊຸມ​ໃຫຍ່​ ຂອງ​ພວກ​ເຮົາ.

ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ໄປ​ຍັງ​ບັນດາ​ພັກ​ອ້າຍ​ນ້ອງ ​ແລະ ພັກການເມືອງ​ຕ່າງໆ​ ທີ່​ໄດ້​ສົ່ງສານອວຍພອນ ສະ​ແດງ​ຄວາມ​ຂໍ່ານັບ​ຊົມ​ເຊີຍ ​ແລະ ໃຫ້ການ​ສະໜັບສະໜູນ​ ຕໍ່​ກອງ​ປະຊຸມ​ໃຫຍ່​ຂອງ​ພວກ​ເຮົາ​ໃນ​ຄັ້ງ​ນີ້​ດ້ວຍ.

ກອງ​ປະຊຸມ​ໃຫຍ່ ຜູ້ແທນທົ່ວປະເທດ ​ຄັ້ງ​ທີ XI ຂອງພັກເຮົາໄດ້​ສໍາ​ເລັດ ​ລົງ​ຢ່າງ​ຈົບງາມແລ້ວ ​ແຕ່​ພວກ​ເຮົາ​ຍັງ​ຕ້ອງມີ​ ຄວາມ​ຮັບຜິດຊອບສູງ ແລະ ຈິງຈັງຕໍ່​ການຈັດ​ຕັ້ງ​ຜັນ​ ຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງນີ້ ວາງອອກໃຫ້​ປາກົດຜົນ​ເປັນ​ຈິງ. ບັນດາ​ສະຫາຍ​ ກໍາມະການ​ສູນ​ກາງ​ພັກ ​ສະ​ໄໝ​ທີ XI ທີ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ຈາກ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຈົ່ງ​ເຊີດ​ຊູ​ຄວາມ​ຮັບຜິດຊອບການເມືອງ, ຍົກສູງຄວາມ​ເປັນ​ແບບຢ່າງ​ ນໍາ​ໜ້າ​ໃນ​ການ​ປະຕິບັດ​ ໜ້າ​ທີ່​ວຽກ​ງານ ກໍ​ຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງ ດ້ານ​ຄຸນ​ທາດ​ການ​ເມືອງ,​ ຄຸນສົມບັດ​ສິນ​ທໍາ​ປະຕິວັດ ແລະ ນໍາພາ​ການຈັດ​ຕັ້ງ​ ປະຕິບັດ​ແນວທາງ, ແຜນນະໂຍບາຍ ທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງນີ້ ວາງອອກໃຫ້​ມີ​ຜົນ​ສໍາ​ເລັດຕົວຈິງ. ບັນດາ​ຜູ້​ແທນ​ກອງ​ປະຊຸມ​ໃຫຍ່​ ຈົ່ງ​ພ້ອມ​ກັນ​ເສີມຂະຫຍາຍ​ ຄວາມ​ເປັນ​ເຈົ້າ​ການ​​ ຜັນ​ຂະຫຍາຍແນວທາງ ນະໂຍບາຍ ທີ່​ກອງ​ປະຊຸມໃຫຍ່ຄັ້ງນີ້ ວາງອອກຢ່າງປະດິດສ້າງ ​ແລະ ປຸກລະດົມ​​ມະຫາຊົນ​ ຍູ້​ແຮງ​ຂະ​ບວນການ ແຂ່ງຂັນຮັກ​ຊາດ ​ແລະ ພັດທະນາ​ ໃຫ້​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຕໍ່​ເນື່ອງ​ເພື່ອເລັ່ງໃສ່ ການພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ພວກເຮົາຕ້ອງ ພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນແຂວງ, ນະຄອນຫລວງ ໃຫ້ບັນລຸຕາມຈຸດປະສົງລະດັບຄາດໝາຍ ທີ່ພັກ ແລະ ລັດເຮົາວາງໄວ້.

ພວກ​ເຮົາ​ເຊື່ອ​ໝັ້ນ ​ຢ່າງ​ໜັກ​ແໜ້ນ​ວ່າ ດ້ວຍ​ແນວທາງ, ແຜນນະໂຍບາຍ​ ອັນ​ຖືກຕ້ອງ​ທີ່​ກອງ​ປະຊຸມ​ໃຫຍ່ ຂອງພັກ​ຄັ້ງ​ທີ XI ວາງ​ອອກ, ດ້ວຍ​ການ​ເສີມ​ຂະຫຍາຍ ​ມູນ​ເຊື້ອ​​ອັນດີງາມຂອງພັກ ແລະ ຂອງຊາດຕິດພັນ ກັບການເຊີດຊູຈິດໃຈຊາດ ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ທົ່ວປວງ​ຊົນ​ລາວທັງ​ຊາດ; ດ້ວຍ​ການ​ສະໜັບສະໜູນ ​ຮ່ວມ​ມື​ຂອງ​ປະ​ເທດ ​ອ້າຍ​ນ້ອງ​ເພື່ອນ​ມິດ, ປະ​ເທດ​ຕ່າງໆໃນ​ອາ​ຊຽນ ​ແລະ ​ໃນ​ໂລກ ​ກໍ​ຄືບັນດາອົງ ການ​ຈັດ​ຕັ້ງ​ສາກົນ, ພາລະກິດ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາປະ​ເທດ​ຊາດ​ ຂອງ​ພວກ​ເຮົາ​ ເຖິງຈະຍັງ​ສືບ​ຕໍ່​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຕ່າງໆ ນາໆກໍຕາມ, ແຕ່ມີຄວາມເຊື່ອໝັ້ນ ຢ່າງແນ່ວແນ່ວ່າ ພວກເຮົາຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກເຫລົ່ານັ້ນໄດ້ ແລະ ຍາດໄດ້ຜົນສໍາເລັດໃຫຍ່ຫລວງ ກວ່າເກົ່າໃນການນໍາເອົາປະເທດຊາດ ຂອງພວກເຮົາກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມ ຢ່າງແນ່ນອນ.

ໃນ​ບັນຍາກາດ​ທີ່​ປ່ຽມ​ລົ້ນ ໄປດ້ວຍ​ນໍ້າ​ໃຈ​ປະຕິວັດ ​ບຸກຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ນີ້ ​ໃນ​ນາມ​ຄະນະ​ປະທານ, ຂ້າພະ​ເຈົ້າ ຂໍປະກາດ​ອັດກອງ​ປະຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ ​ທີ່ມີກຽດສະຫງ່າຢ່າງ​ ເປັນ​ທາງ​ການ ນັບ​ແຕ່​ເວລາ​ນີ້​ເປັນ​ຕົ້ນ​ໄປ.

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI - 4 - ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!