ກາແດງລາວຖອດຖອນບົດຮຽນ ໂຄງການຊ່ວຍເຫລືອສຸກເສີນໄພນ້ຳຖ້ວມ ປີ 2020

ໃນວັນທີ 19-20 ມັງກອນນີ້, ອົງການກາແດງລາວ ໄດ້ຈັດກອງປະຊຸມຖອດຖອນບົດຮຽນໂຄງການຊ່ວຍເຫລືອສຸກເສີນ ຈາກເຫດການໄພນ້ຳຖ້ວມໃນປີ 2020 ຢູ່ 3 ແຂວງ ຄື: ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ຂຶ້ນທີ່ ນະຄອນຈຳປາສັກ, ໂດຍການເປັນປະທານຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີບັນດາເຈົ້າເມືອງ, ພະແນກການກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ໃນກອງປະຊຸມ ຫົວໜ້າກອງຊ່ວຍເຫລືອບັນເທົາທຸກອົງການກາແດງລາວ ໄດ້ລາຍງານໃຫ້ຮູ້ວ່າ: ໃນກາງເດືອນຕຸລາ 2020ຜ່ານມາເນື່ອງຈາກໄດ້ຮັບຜົນກະທົບຂອງພາຍຸໂນອຶນ ຊຶ່ງໄດ້ສ້າງຄວາມເສຍຫາຍເປັນຈຳນວນຫລາຍໃຫ້ແກ່ເນື້ອທີ່ການຜະລິດ, ໄຮ່ນາ-ຮົ້ວສວນ ແລະ ທີ່ພັກອາໄສ ເຮັດໃຫ້ປະຊາຊົນ 213 ບ້ານ, 17.412 ຫລັງຄາເຮືອນ, ໃນ 14 ເມືອງ ຂອງ 3 ແຂວງດັ່ງກ່າວໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ຍ້ອນເຫັນໄດ້ຄວາມສູນເສຍດັ່ງກ່າວ, ທາງອົງການກາແດງລາວ ຈຶ່ງໄດ້ໃຫ້ການຊ່ວຍເຫລືອ ເປັນຕົ້ນໄດ້ສະໜອງນ້ຳສະອາດ 135.000 ລິດ, ສະໜອງຕຸກບັນຈຸນ້ຳ 663 ໜ່ວຍ ໃຫ້ປະຊາຊົນ 5 ບ້ານ ຂອງ ເມືອງກະລຶມ, ດາກຈຶງ ແຂວງ ເຊກອງ ແລະ 3 ບ້ານ ຂອງເມືອງສະໝ້ວຍ ແຂວງ ສາລະວັນ, ມີປະຊາຊົນໄດ້ຮັບຜົນປະໂຫຍດ 727 ຄອບຄົວ,ພ້ອມລົງເຮັດວຽກ ໂຄສະນາສົ່ງເສີມວຽກງານສຸຂະອະນາໄມສຸກເສີນ ໃຫ້ປະຊາຊົນພາຍໃນ 3 ບ້ານ ຂອງເມືອງດາກຈຶງ ແຂວງ ເຊກອງ ແລະ 3 ບ້ານ ຂອງ ເມືອງສະໝ້ວຍ ແຂວງ ສາລະວັນ, ລົງແຈກຢາຍເຄື່ອງອຸປະໂພກ-ບໍລິໂພກ ເພື່ອເປັນການຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ ຈຳນວນ 3.655 ຄອບຄົວ ພາຍໃນ 6 ເມືອງ, ມີເມືອງເຊໂປນ, ສອງຄອນ, ຊົນນະບູລີ,ເມືອງນອງ, ຈຳພອນ ແລະ ເມືອງພິນ ແຂວງ ສະຫວັນນະເຂດ, ພ້ອມເມືອງຕະໂອ້ຍ ແລະ ສະໝ້ວຍ ແຂວງ ສາລະວັນ,ເມືອງດາກຈຶງ, ກະລຶມ, ແລະ ເມືອງລະມາມ ແຂວງ ເຊກອງ. ມີປະຊາຊົນໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ 27.115 ຄົນ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການໃນວັນທີ 1 ພະຈິກ 2020 ຫາ 25 ມັງກອນ 2021 ນີ້ ແມ່ນສິ້ນສຸດໂຄງການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ລວມມູນຄ່າຫລາຍກ່ວາ 1,27 ຕື້ ກີບ.ເປັນອັນວ່າສາມາດເຮັດໜ້າທີ່ໃນວຽກງານຊ່ວຍເຫລືອ ປະຊາຊົນໃນຄັ້ງນີ້ຕາມລະດັບຄາດໝາຍວາງໄວ້, ເຖິງແມ່ນວ່າຈະເປັນໂຄງການໄລຍະສັ້ນ ແຕ່ທຸກພາກສ່ວນກໍໄດ້ສຸມເຫື່ອແຮງຢ່າງມີຜົນສຳເລັດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໄດ້ຮັບການປັບປຸງດີຂຶ້ນ.