ກຳມະບານລາວ: ພາລະບົດບາດ, ສິດ ແລະ ໜ້າທີ່


ສະຫະພັນກໍາມະບານລາວ ແມ່ນລະບົບການຈັດຕັ້ງຂອງກໍາມະບານລາວ, ເປັນການຈັດຕັ້ງການເມືອງ-ສັງຄົມຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວຊຶ່ງໄດ້ຮັບການສ້າງຕັ້ງ, ນໍາພາ ແລະ ສຶກສາອົບຮົມ ໂດຍພັກປະຊາຊົນປະຕິວັດລາວ.ໂດຍຂຶ້ນຢູ່ບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍແຮງງານ ມີຖານະທຽບເທົ່າອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອື່ນໃນຂັ້ນດຽວກັນ.
ສະຫະພັນກໍາມະບານລາວ ແມ່ນ ອົງການເລືອກຕັ້ງ ຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນ ໄດ້ມາຈາກການເລືອກຕັ້ງໂດຍກົງຂອງຜູ້ແທນກອງປະຊຸມໃຫຍ່ ແລະ ເຄື່ອນໄຫວວຽກງານຢູ່ພາຍໃຕ້ ການນໍາພາໂດຍກົງ ແລະ ຮອບດ້ານຂອງຄະນະພັກ ຂັ້ນຂອງຕົນ. ສະຫະພັນກໍາມະບານລາວເຄື່ອນໄຫວວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນ ດ້ວຍຮູບເເບບບໍລິການສາທາລະນະ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນຫມູ່ຄະນະ, ບຸກຄົນຮັບຜິດຊອບ, ຂັ້ນລຸ່ມປະຕິບັດຕາມ ຂັ້ນເທິງ, ບຸກຄົນປະຕິບັດຕາມການຈັດຕັ້ງ ແລະ ທົ່ວສະຫະພັນກໍາມະບານລາວ ປະຕິບັດຕາມມະຕິກອງປະຊຸມ.
ສະຫະພັນກໍາມະບານລາວ ມີພາລະບົດບາດ ດັ່ງນີ້:
- ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນ ມີຄວາມຕື່ນຕົວທາງການເມືອງ, ຮູ້ສິດ, ພັນທະ ແລະ ຜົປະໂຫຍດຂອງຕົນ, ມີຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດເຕັກໂນໂລຊີ, ມີອະລິຍະທໍາທາງດ້ານຈິດໃຈ ແລະ ມີວິໄນໃນການອອກແຮງງານ.
- ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນໆ;
- ຕິດຕາມ, ກວດກາ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງອົງ ການລັດແຕ່ລະຂັ້ນ ແລະ ຫົວໜ່ວຍແຮງງານ;
- ເຂົ້າຮ່ວມຕິດຕາມ, ກວດກາການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກຂອງສະພາດັ່ງກ່າວ.
ສູນກາງສະຫະພັນກໍາມະບານລາວມີ ສິດ ແລະ ໜ້າທີ່ ດັ່ງນີ້:
- ຄົ້ນຄວ້າ ຫັນເອົາແນວທາງ, ນະໂຍບາຍ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນກໍາມະບານທົ່ວປະເທດໃຫ້ເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາລະອຽດໃນແຕ່ລະໄລຍະ.
- ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ, ມະຕິກອງປະຊຸມໃຫຍ່ ຂອງກໍາມະບານລາວໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ:
- ເຕົ້າໂຮມຄວາມສາມັກຄີ, ປຸກລະດົມ ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກ ແຮງງານອື່ນເຂົ້າຮ່ວມຂະບວນການແຂ່ງຂັນ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຝຶກຝົນ ຫຼໍ່ຫຼອມຕົນເອງຢ່າງຮອບດ້ານ;
- ສະເຫນີສ້າງ ແລະ ປັບປຸງກົດຫມາຍທີ່ກ່ຽວຂ້ອງ, ພິຈາລະນາຮັບຮອງເອົາ ແລະ ປະກາດໃຊ້ນິຕິກໍາໃຕ້ກົດໝາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ປະກາດລົບລ້າງ ຫຼື ໂຈະການປະຕິບັດມະຕິ, ຄໍາແນະນໍາ, ແຈ້ງການ, ລະບຽບການ ຂອງສະຫະພັນກໍາມະບານຂັ້ນລຸ່ມ ທີ່ບໍ່ສອດຄ່ອງກັບກົດໝາຍ, ກົດລະບຽບ ຫຼື ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ;
່ 5. ພິຈາລະນາສ້າງຕັ້ງ ຫຼື ຍຸບເລີກ ກົງຈັກຊ່ວຍວຽກຂັ້ນຂອງຕົນ; ອະນຸຍາດສ້າງຕັ້ງ ຫຼື ຍຸບເລີກ ການຈັດຕັ້ງກໍາມະບານຂັ້ນລຸ່ມຂອງຕົນ; ກໍ່ສ້າງ, ບໍາລຸງ, ຍົກລະດັບທິດສະດີ, ວິຊາສະເພາະວຽກງານກໍາມະບານ ໃຫ້ພະນັກງານກໍາມະບານແຕ່ລະຂັ້ນ;
- ຮັບຮອງເອົາ ການແຕ່ງຕັ້ງຜູ້ຕາງໜ້າຜູ້ອອກແຮງງານຢູ່ຫົວຫນ່ວຍແຮງງານ ໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ;
- ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ແກ້ໄຂບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດ ອັນຊອບທໍາ ຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນ ຕາມກົນໄກການປະສານງານ ສາມຝ່າຍ;
- ເກັບກໍາສະຖິຕິ, ອອກບັດໃຫ້ສະມາຊິກກໍາມະບານ ທັງຢູ່ພາຍໃນ, ຢູ່ຕ່າງປະເທດເພື່ອຕິດຕາມ ການເຄື່ອນໄຫວ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ;
- ຕິດຕາມ ສະພາບແວດລ້ອມການອອກແຮງງານ, ຮັບຟັງຄໍາຄິດ ຄໍາເຫັນ, ຄວາມມຸ່ງມາດປາຖະ ຫນາ ແລະ ຕາງຫນ້າກໍາມະກອນ, ຊາວຜູ້ອອກແຮງງານອື່ນ ສ້າງສັນຍາແຮງງານລວມຫມູ່ ຢູ່ຫົວຫນ່ວຍແຮງງານຂັ້ນ ຂອງຕົ້ນ;
- ຂົນຂວາຍ ແລະ ຊຸກຍູ້ ຈັດຕັ້ງກໍາມະບານຮາກຖານ ຢູ່ກຸ່ມການຜະລິດ, ກຸ່ມວິຊາຊີບ ໃຫ້ແກ່ ແຮງງານນອກລະບົບ;
- ປະກອບສ່ວນຊຸກຍູ້, ສົ່ງເສີມການຝຶກອົບຮົມ ພັດທະນາສີມືແຮງງານ, ສະຫນອງຂໍ້ມູນຂ່າວສານ ແລະ ຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບຄວາມປອດໄພແຮງງານແກ່ກໍາມະກອນ ແລະ ຊາວຜູ້ອອກແຮງງານອື່ນໆ;
- ສ້າງແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດຫມາຍ, ຄຸ້ມຄອງ ແລະ ນໍາໃຊ້ລາຍຮັບນັ້ນ ເພື່ອສ້າງຄວາມ ເຂັ້ມແຂງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກໍາມະບານ;
- ເຂົ້າຮ່ວມໃນການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ, ສະພາ ປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາດັ່ງກ່າວ;
- ພົວພັນ ແລະ ຮ່ວມມື ກັບອົງການຈັດຕັ້ງກໍາມະບານປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ທັງພາຍໃນ ແລະ ຕ່າງປະເທດ;
- ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານກໍາມະບານໃນຂອບເຂດທົ່ວປະເທດໃຫ້ຂັ້ນເທິງທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
- ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ສົນໃຈອ່ານເພີ່ມທີ່ລິ້ງ: www.na.gov.la/files/laws